leftcenterrightdel
ທ່ານພົນຈັດຕະວາ ຫວູວັນຄາ ເປັນປະທານກອງປະຊຸມ. ພາບ: ຮວ່າງຫວູ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫວູວັນຄາ ໄດ້ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາຜູ້ບັນຊາການທະຫານອາກາດ ພ້ອມກັບບັນດາຜູ້ຕາງໜ້າກໍາລັງທະຫານອາກາດບັນດາປະເທດອາຊຽນ ຢູ່ກອງປະຊຸມທາງໄກ AACC-17 ຄັ້ງນີ້ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ແລະຄວາມເຊື່ອໝັ້ນຂອງກໍາລັງທະຫານອາກາດບັນດາປະເທດອາຊຽນ ຕໍ່ກັບເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ, ພ້ອມທັງຢັ້ງຢືນເຖິງຄວາມສາມັກຄີ, ເຫັນດີເປັນເອກະພາບຂອງກໍາລັງທະຫານອາກາດບັນດາປະເທດອາຊຽນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ເຊື່ອມຕໍ່ຢູ່ຮ່າໂນ້ຍ. ພາບ: ຮວ່າງຫວູ.

ບົນພື້ນຖານຜົນສໍາເລັດຂອງບັນດາການເຄື່ອນໄຫວດ້ານການທະຫານ-ການປ້ອງກັນຊາດ ໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນເຈົ້າພາບຈັດຕັ້ງນັບຕັ້ງແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ທ່ານພົນຈັດຕະວາ ຫວູວັນຄາ ຖືວ່າ ດ້ວຍຫົວຂໍ້ “ທະຫານອາກາດບັນດາປະເທດອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ກອງປະຊຸມ AACC-17 ໄດ້ສະແດງໃຫ້ເຫັນເຈດຈໍານົງ, ຄວາມຕັດສິນໃຈຢ່າງແຮງຂອງກໍາລັງທະຫານອາກາດອາຊຽນ ໃນການສ້າງອາຊຽນ ແຫ່ງຄວາມສາມັກຄີ, ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍ ແລະໝູນໃຊ້ກາລະໂອກາດ ເພື່ອພ້ອມກັນພັດທະນາ; ໃນຊຸມປີມໍ່ໆມານີ້, ກໍາລັງທະຫານອາກາດບັນດາປະເທດອາຊຽນ ໄດ້ເປັນເຈົ້າການ ແລະຕັ້ງໜ້າຍູ້ແຮງບັນດາການເຄື່ອນໄຫວຮ່ວມມືທັງລວງກວ້າງ ແລະລວງເລິກ, ທັງສອງຝ່າຍ ແລະຫຼາຍຝ່າຍ; ກໍາລັງປ້ອງກັນອາກາດ-ທະຫານອາກາດຫວຽດນາມ ໄດ້ ແລະກໍາລັງຍູ້ແຮງການເຄື່ອນໄຫວຮ່ວມມືກັບທະຫານອາກາດບັນດາປະເທດອາຊຽນ ນັບທັງສອງຝ່າຍ ແລະຫຼາບຝ່າຍ...

leftcenterrightdel
ທ່ານພົນຈັດຕະວາ ຫວູວັນຄາ ມອບສັນຍາລັກປະທານທະຫານອາກາດອາຊຽນ ໃຫ້ແກ່ທູດທະຫານອາກາດ ໄທ ປະຈໍາ ຫວຽດນາມ. ພາບ: ຮວ່າງຫວູ.

ທີ່ກອງປະຊຸມ AACC-17, ຜູ້ແທນບັນດາປະເທດໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການສາກົນ, ພາກພື້ນ, ກາລະໂອກາດ ແລະສິ່ງທ້າທາຍເຊິ່ງກໍາລັງທະຫານອາກາດບັນດາປະເທດອາຊຽນ ຕ້ອງປະເຊີນໜ້າ; ສະເໜີເນື້ອໃນ, ມາດຕະການຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງກໍາລັງທະຫານອາກາດບັນດາປະເທດອາຊຽນ ໃນໄລຍະຈະມາເຖິງ; ພິຈາລະນາ, ຕີລາຄາຄຸນນະພາບບັນດາການຝຶກຊ້ອມຫຼາຍຝ່າຍເພື່ອໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດ ເພື່ອປັບປຸງກົດລະບຽບວ່າດ້ວຍການໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດຂອງກໍາລັງທະຫານອາກາດບັນດາປະເທດອາຊຽນ ໃຫ້ສົມບູນແບບ. ທີ່ກອງປະຊຸມກໍ່ໄດ້ດໍາເນີນພິທີມອບຮັບໜ້າທີ່ປະທານກອງປະຊຸມ AACC-18  ໃຫ້ແກ່ກໍາລັງທະຫານອາກາດ ລາດຊະວົງ ໄທ.

ໂດຍ: ໄຊຊະນະ