ປະຊາຊົນ ຍາມໃດກໍເຊື່ອໝັ້ນຕໍ່ທະຫານ, ເຂົ້າອົກເຂົ້າໃຈ, ແບ່ງປັນຕໍ່ຄວາມຫຍຸ້ງຍາກລໍາບາກ, ການເສຍສະຫຼະຊີວິດຂອງທະຫານໃນຂະນະທີ່ໄປປະບັດໜ້າທີ່. 13 ສະຫາຍທີ່ເສຍສະຫຼະຊີວິດຢູ່ເຂດໃກ້ກັບເຂື່ອນໄຟຟ້ານໍ້າຕົກ ຣ່າວຈັງ 3 (ແຂວງເທື່ອທຽນ-ເຫ້ວ) ໃນຂະນະທີ່ກໍາລັງເດີນທາງໄປປະຕິບັດໜ້າທີ່ຊອກຫາ, ກູ້ໄພກູ້ຊີບ, ໃນນັ້ນມີນາຍ ແລະພົນທະຫານ 11 ຄົນ. ຄວາມເຈັບປວດນີ້ຍັງບໍ່ຜ່ອນຄາຍລົງເທື່ອ ແຕ່ຢູ່ເມືອງເຮື໊ອງຮວ໊າ, ແຂວງກວ໋າງຈິ ພັດສືບຕໍ່ມີພະນັກງານ, ນັກຮົບຂອງຄະນະເສດຖະກິດ-ປ້ອງກັນຊາດ 337 ຈໍານວນ 22 ສະຫາຍເສຍສະຫຼະຊີວິດ. ກະຊວງປ້ອງກັນປະເທດ ຈະສ້າງເງື່ອນໄຂດີທີ່ສຸດກ່ຽວກັບລະບອບ, ນະໂຍບາຍ, ແບ່ງເບົາກັບຍາດຕິພີ່ນ້ອງ, ຄອບຄົວບັນດາສະຫາຍ.

ບັນດາສະຫາຍນາຍ ແລະພົນທະຫານທີ່ເສຍສະຫຼະຊີວິດໃນຂະນະທີ່ໄປປະຕິບັດໜ້າທີ່ລ້ວນແຕ່ໄດ້ປະດັບຍົດ ແລະຊັ້ນໃຫ້. ຖ້າເມຍ, ລູກຂອງບັນດາສະຫາຍດັ່ງກ່າວຍັງບໍ່ມີວຽກເຮັດງານທໍາ, ກະຊວງປ້ອງກັນປະເທດ ຈະສ້າງວຽກເຮັດງານທໍາທີ່ເໝາະສົມໃຫ້ແກ່ເຂົາເຈົ້າ. ກໍລະນີຄວາມປາດຖະໜາຂອງຍາດຕິພີ່ນ້ອງ, ຄອບຄົວບໍ່ເໝາະສົມກັບຂະແໜງອາຊີບ, ວຽກງານຂອງກະຊວງປ້ອງກັນປະເທດນັ້ນ ກະຊວງປ້ອງກັນປະເທດຈະສະເໜີໃຫ້ລັດຖະບານ ມອບໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂ, ສ້າງວຽກເຮັດງານທໍາໃຫ້ແກ່ຍາດຕິພີ່ນ້ອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ຕອບສໍາພາດຕໍ່ສື່ມວນຊົນຢູ່ນອກກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XIV, ໃນວັນທີ 21 ຕຸລາ 2020. ພາບ: ຫວຽດຈຸງ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຄີຍກ່າວວ່າ: ບ່ອນໃດຫຍຸ້ງຍາກລໍາບາກທີ່ສຸດ, ກອງທັບຕ້ອງມີໜ້າ. ຄະນະເສດຖະກິດ-ປ້ອງກັນຊາດ 337 ທີ່ຕັ້ງທັບຢູ່ບ່ອນຫຍຸ້ງຍາກພິເສດ, ຫຼາຍບ່ອນຍັງຖືກທາດພິດເຄມີ, ເຖິງວ່າ ເຂົາເຈົ້າ ໄດ້ຮັບຜົນສະທ້ອນກໍຕາມ ແຕ່ພະນັກງານ, ນັກຮົບກໍຍອມຮັບໄດ້. ບັນດາຄະນະເສດຖະກິດ-ປ້ອງກັນຊາດ ພ້ອມກັບກໍາລັງທະຫານຊາຍແດນປ້ອງກັນຊາຍແດນຢູ່ແຫ່ງຕ່າງໆໄດ້ກາຍເປັນຮົ້ວປົກປັກຮັກສາປະເທດຊາດ. ກະຊວງປ້ອງກັນປະເທດ ໄດ້ມີຄໍາສັ່ງມອບໃຫ້ຜູ້ບັນຊາການບັນດາກົມກອງໂດຍອີງໃສ່ສະພາບການຕົວຈິງ, ຈັດຕັ້ງການຍົກຍ້າຍທະຫານຢູ່ຕາມບ່ອນທີ່ອາດຈະເກີດຄວາມສ່ຽງ, ຮັບປະກັນຄວາມປອດໄພ. ແຕ່ຂຶ້ນກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ຕ້ອງຮັບປະກັນການໜູນຊ່ວຍປະຊາຊົນດ້ວຍຄວາມຮຽກຮ້ອງຕ້ອງການທີ່ວ່າ ກອງທັບກຽມພ້ອມເສຍສະຫຼະຊີວິດເພື່ອປົກປ້ອງຊີວິດ ແລະຊັບສິນຂອງປະຊາຊົນ.

ດ້ວຍເງື່ອນໄຂພາຫະນະໃນປັດຈຸບັນ, ໃນກໍລະນີບໍ່ສາມາດຈັດຕັ້ງໃຫ້ຄົນ ແລະພາຫະນະເຄື່ອນທີ່ເປັນປົກກະຕິໄດ້ນັ້ນ ແມ່ນຕ້ອງລະດົມຍົນເອລີກົບແຕເພື່ອຂົນສົ່ງສະບຽງອາຫານໃຫ້ແກ່ປະຊາຊົນຢູ່ບັນດາເຂດທີ່ຖືກຕັດແຍກຍ້ອນພາຍຸນໍ້າຖ້ວມ. ກະຊວງປ້ອງກັນປະເທດໄດ້ກຽມຄວາມພ້ອມດ້ານກໍາລັງ, ຍົນເອລີກົບແຕໄວ້ໝົດແລ້ວ. ແຕ່ວ່າ, ເລື່ອງນໍາໃຊ້ຍົນເອລີກົບແຕໃນການປ້ອງກັນ, ຕ້ານໄພພິບັດທາງທໍາມະຊາດ ກໍຕ້ອງຮັບປະກັນບັນດາເງື່ອນໄຂຄວາມປອດໄພ, ໂດຍສະເພາະແມ່ນເງື່ອນໄຂສະພາບດິນຟ້າອາກາດ. ກະຊວງປ້ອງກັນປະເທດ ພ້ອມແລ້ວທີ່ຈະລະດົມກໍາລັງ, ພາຫະນະ, ຈັດຕັ້ງປະຕິບັດໜ້າທີ່ກູ້ໄພ, ກູ້ຊີບປະຊາຊົນ. 

ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕີລາຄາສູງຕໍ່ບົດບາດຂອງສື່ມວນຊົນ, ຈະສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ສື່ມວນຊົນລົງເກັບກໍາຂໍ້ມູນ, ໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວຂອງກອງທັບ, ປະກອບສ່ວນເພີ່ມເຕີມສຽງເວົ້າໃຫ້ກໍາລັງໃຈ, ລະດົມກໍາລັງໃຈໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບມານະພະຍາຍາມສູ້ຊົນປະຕິບັດໜ້າທີ່ໃຫ້ສໍາເລັດເປັນຢ່າງດີ.

ໂດຍ: ໄຊຊະນະ