ນີ້ແມ່ນຊຸດຝຶກອົບຮົບນອນໃນບັນດາການເຄື່ອນໄຫວຝຶກອົບຮົບກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ ໃນໄລຍະກ່ອນທີ່ຈະຜັນຂະຫຍາຍໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ອອກເດີນທາງໄປປ່ຽນແທນໃຫ້ໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຂອງຫວຽດນາມ ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້. ຊຸດຝຶກອົບຮົມໂດຍຄະນະກຳມະການກາແດງສາກົນ (ICRC) ໜູນຊ່ວຍຢູ່ໂຮງໝໍກອງທັບ 175 ໃນລະຫວ່າງວັນທີ 19-23 ຕຸລາ.

leftcenterrightdel
ພະນັກງານ, ພາລະກອນໂຮງໝໍກາງສະໜາມ ຂັ້ນ ເລກ 3 ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: ຮຸ່ງ​ຄວາ.

ຜ່ານຊຸດຝຶກອົບຮົມແມ່ນເພື່ອແນໃສ່ສະໜອງໃຫ້ພະນັກງານ, ພາລະກອນທີ່ຢູ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ບັນດາຄວາມຮູ້ ແລະທັກສະຈຳເປັນກ່ຽວກັບກົດໝາຍມະນຸດສະທຳສາກົນ ແລະຮັບຮູ້ວັດຖຸລະເບີດກ່ອນທີ່ຈະຜັນຂະຫຍາຍການປ່ຽນແທນໃຫ້ໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດທີ່ຊູດັງໃຕ້ຢ່າງເປັນທາງການ. ຊຸດຝຶກອົບຮົມກໍ່ເປັນການປະກອບສ່ວນເພີ່ມທະວີການຮ່ວມມືກ່ຽວກັບການຮັກສາສັນຕິພາບລະຫວ່າງຫວຽດນາມ ແລະ ICRC.

ໂດຍ: ແສງເດືອນ