ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໜັງສືພິມກອງທັບປະຊາຊົນ ອອກສະບັບທໍາອິດ-ວັນມູນເຊື້ອຂອງໜັງສືພິມກອງທັບປະຊາຊົນ (20-10-1950 / 20-10-2020), ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ ໄດ້ສົ່ງຈົດໝາຍອວຍພອນພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກຮົບ, ຜູ້ອອກແຮງງານຂອງໜັງສືພິມກອງທັບປະຊາຊົນຜ່ານໄລຍະຕ່າງໆ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດກວດແຖວກຽດຕິຍົດ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນເອກ ເລືອງເກື່ອງ ຕ້ອນຮັບທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ. ພາບ: qdnd.vn.

ອ່ານບົດສູນທອນພົດທີ່ພິທີສະເຫຼີມສະຫຼອງ, ຕາງໜ້າຄະນະພັກ, ຄະນະບັນນາທິການ ແລະພະນັກງານ, ນັກຂ່າວ, ນັກບັນນາທິການ, ພາລະກອນ, ນັກຮົບລຸ້ນຕ່າງໆ,  ທ່ານພັນເອກພິເສດ ດວ່ານຊວນເບາະ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ເນັ້ນໜັກວ່າ: ວິວັດການກໍາເນີດ ແລະພັດທະນາຂອງໜັງສືພິມກອງທັບປະຊາຊົນຍາມໃດກໍ່ສະໜິດຕິດພັນກັບຂະບວນການພັດທະນາຂອງການປະຕິວັດ, ຂອງກອງທັບປະຊາຊົນ ແລະພື້ນຖານສື່ມວນຊົນປະຕິວັດຫວຽດນາມ...

leftcenterrightdel
ບັນດາຜູ້ແທນເຄົາລົບທຸງ. ພາບ: qdnd.vn.

ທີ່ພິທີ, ທ່ານພັນເອກພິເສດ ເຈິ່ນແອັງຕ໊ວນ ຮອງຫົວໜ້າບັນນາທິການ ໄດ້ອ່ານຈົດໝາຍອວຍພອນຂອງທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ. ເນື້ອໃນຈົດໝາຍມີຕອນລະບຸວ່າ: ໜັງສືພິມກອງທັບປະຊາຊົນສຸດທີ່ເປັນກຽດ, ເອກອ້າງທະນົງໃຈທີ່ໄດ້ຮັບການຕັ້ງຊື່ ແລະຕັກເຕືອນຈາກລຸງໂຮ່ ທີ່ວ່າ: “ເວົ້າສິ່ງທີ່ຈໍາເປັນແທດຈິງ, ຖືກຕ້ອງຕາມແນວທາງການເມືອງ, ບໍ່ຄວນຢອກເຢີ້ຍ, ຂຽນຊັ້ນກະທັດລັດ, ງ່າຍດາຍ, ແຕ້ມເຂົ້າໃຈງ່າຍ, ຈັດໜ້າຈະແຈ້ງ, ບໍ່ຄວນຕໍ່ໜ້າໃໝ່”.

leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.

ນັບແຕ່ນັ້ນມາຮອດປະຈຸບັນ, ຜ່ານໄລຍະ 70 ປີແຫ່ງການສູ້ຊົນຢ່າງບໍ່ອິດເມື່ອຍຂອງບັນດາພະນັກງານ, ນັກຂ່າວ, ນັກບັນນາທິການ, ພາລະກອນ, ນັກຮົບລຸ້ນຕ່າງໆຂອງໜັງສືພິມກອງທັບປະຊາຊົນ; ໄດ້ຮັບການເອົາໃຈໃສ່ຢ່າງ ເລິກເຊິ່ງຈາກປະທານໂຮ່ຈີມິນ, ການຊີ້ນໍາ, ນໍາພາໂດຍກົງຂອງພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງ, ໜັງສືພິມກອງທັບປະຊາຊົນໄດ້ເຕີຍໃຫຍ່ຢ່າງກະໂດດຂັ້ນ, ກາຍເປັນໜຶ່ງໃນບັນດາໜັງສືພິມທີ່ມີທີ່ຕັ້ງສໍາຄັນແຖວໜ້າຂອງປະເທດໃນການໂຄສະນາປະຕິບັດແນວທາງ, ທັດສະນະ, ແຜນນະໂຍບາຍຂອງພັກ, ລັດ, ກົດໝາຍຂອງລັດ, ໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ລັດທິວິລະຊົນປະຕິວັດຂອງທະຫານ ແລະປະຊາຊົນໃນບັນດາການຕໍ່ສູ້ຍາດເອກະລາດຊາດ, ທ້ອນໂຮມ ປະເທດຊາດເປັນເອກະພາບ, ກໍ່ສ້າງ, ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ ແລະສາມັກຄີກັບສາກົນ.

leftcenterrightdel
ທ່ານພັນເອກພິເສດ ດວ່ານຊວນເບາະ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.

ເນື່ອງໃນໂອກາດນີ້, ຕາງໜ້າການນໍາພັກ, ລັດ ແລະຄະນະພັກການທະຫານສູນກາງ, ທ່ານ ຫງວຽນຟຸຈ້ອງ ໄດ້ຊົມເຊີຍ  ແລະອວຍພອນບັນດາຜົນງານທີ່ໜ້າເອກອ້າງທະນົງໃຈເຊິ່ງໜັງສືພິມກອງທັບປະຊາຊົນ ຍາດມາໄດ້ໃນ 70 ປີແຫ່ງການສ້າງຕັ້ງ, ເຕີບໃຫຍ່.

leftcenterrightdel
ທ່ານພັນເອກພິເສດ ໂດ໊ຟຸເທາະ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.

ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ, ໜັງສືພິມກອງທັບປະຊາຊົນ ດ້ວຍທາດແທ້ “ທະຫານລຸງໂຮ່”, ແບບແຜນດໍາລົງຊີວິດ, ຄຸນນະທາດນັກຂ່າວ-ນັກຮົບ, ມີລັກສະນະພັກ, ລັກສະນະມະນຸດຊາດ, ລັກສະນະຕໍ່ສູ້, ຍາມໃດກໍ່ມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຄວາມສາມັກຄີ, ປະດິດສ້າງ, ເປັນແບບຢ່າງນຳໜ້າ, ສ່ອງແສງການດຳລົງຊີວິດ, ການຕໍ່ສູ້, ການອອກແຮງງານຂອງບັນດາກຳລັງປະກອບອາວຸດ ແລະປະຊາຊົນໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນກຢ່າງເລິກເຊິ່ງກວ້າງຂວາງ, ຖືກຕ້ອງ, ມີຊີວິດຊີວາ, ສົມເປັນໜຶ່ງໃນບັນດາອົງການສື່ມວນຊົນຫຼັກແຫຼ່ງ, ເປັນແບບຢ່າງໃນພື້ນຖານສື່ມວນຊົນປະຕິວັດຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ ໂງແອັງທຸ ອ່ານຂໍ້ຕົກລົງຂອງທ່ານປະທານປະເທດ ມອບຫຼຽນໄຊເອກະລາດ ຊັ້ນ 3 ໃຫ້ໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn.
leftcenterrightdel
ທ່ານພັນເອກພິເສດ ເຈີ່ນແອັງຕ໊ວນ ອ່ານຈົດໝາຍຂອງທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງໜັງສືພິມກອງທັບປະຊາຊົນ ຕ້ອງມີແຜນນະໂຍບາຍ, ມາດຕະການຍູ້ໄວຄວາມຄືບໜ້າປະຕິບັດແຜນຮ່າງຈັດສັນ; ເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຄົນ, ລົງທຶນອຸປະກອນທັນສະໄໝ ເພື່ອຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່. ທ່ານພົນເອກ ໂງຊວນລິກ ເນັ້ນໜັກເຖິງບັນຫາສ້າງຖັນແຖວພະນັກງານນັກຂ່າວ ແລະໃສ່ໃຈວ່າໜັງສືພິມກອງທັບປະຊາຊົນ ຍາມໃດກໍ່ຕ້ອງກໍານົດທິດທາງການເມືອງ, ຖືການເມືອງແມ່ນຊີວິດ, ແມ່ນດວງວິນຍານຂອງໜັງສືພິມ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດມອບຫຼຽນໄຊເອກະລາດຊັ້ນ 3 ໃຫ້ໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn.

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໜັງສືພິມກອງທັບປະຊາຊົນອອກສະບັບທໍາອິດ-ວັນມູນເຊື້ອຂອງໜັງສືພິມກອງທັບປະຊາຊົນ (20-10-1950/20-10-2020), ຕາງໜ້າການນໍາພັກ, ລັດ, ທ່ານນາງ ຫງວຽນທິກິມເງິນ ໄດ້ມອບຫຼຽນໄຊເອກະລາດຊັ້ນ 3 ໃຫ້ໜັງສືພິມກອງທັບປະຊາຊົນ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ແລະທ່ານພົນເອກ ໂງຊວນລິກ ພ້ອມກັບບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ໂດ໊ຟຸເທາະ ເນັ້ນໜັກວ່າ: ຄະນະພັກ, ຄະນະບັນນາທິການ ແລະພະນັກງານ, ນັກບັນນາທິການ, ພາລະກອນ, ນັກຮົບ, ຜູ້ອອກແຮງງານຂອງໜັງສືພິມກອງທັບປະຊາຊົນ ຂໍຮັບຮູ້, ຊາບຊຶມ, ຜັນຂະຫຍາຍການປະຕິບັດຄໍາສັ່ງຊີ້ນຳຂອງທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແລະທ່ານໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຢ່າງເຂັ້ມງວດ. ສືບຕໍ່ສືບທອດ ແລະເສີມຂະຫຍາຍມູນເຊື້ອ 70 ປີແຫ່ງການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂອງໜັງສືພິມວິລະຊົນສອງເທື່ອ, ຍາມໃດກໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງນັກຂ່າວນັກຮົບ, ຍົກສູງລະດັບຄວາມຮູ້, ຄວາມສາມາດໃນວຽກງານຢ່າງບໍ່ຢຸດຢັ້ງ; ກໍ່ສ້າງອົງຄະນະພັກ, ສ້າງອົງການໜັງສືພິມກອງທັບປະຊາຊົນໃຫ້ໝັ້ນຄົງເຂັ້ມແຂວງ, ປະຕິບັດສໍາເລັດທຸກໜ້າທີ່ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນມອບໝາຍໃຫ້ຢ່າງດີເດັ່ນ. ຕັດສິນໃຈສ້າງໜັງສືພິມກອງທັບປະຊາຊົນກາຍເປັນອົງການສື່ມວນຊົນຫຼາຍປະເພດທີ່ຫຼັກແຫຼ່ງ, ທັນສະໄໝ, ຮັກສາຄະຕິທິດ, ຈຸດປະສົ່ງ, ສົມເປັນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ແມ່ນສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ.

ໂດຍ: ດັ້ງເກື່ອງ