ກາ່ວຄໍາເຫັນໄຂກອງປະຊຸມ, ທ່ານພັນເອກພິເສດ ຫງວຽນເວິນຢາງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ ຕີລາຄາສູງຕໍ່ຄວາມມານະພະຍາຍາມ ເຊິ່ງອາຟະລິກາ ບັນລຸໄດ້ໃນການຕ້ານພະຍາດໂຄວິດ - 19, ໃນນັ້ນມີການປະກອບສ່ວນສໍາຄັນຂອງແພດທະຫານອາຟະລິກາ. ທ່ານພັນເອກພິເສດ ຫງວຽນເວິນຢາງ ເນັ້ນໜັກວ່າ “ມາຮອດປະຈຸບັນ, ໄດ້ສີ່ສິບປາຍວັນແລ້ວທີ່ຫວຽດນາມ ບໍ່ມີຜູ້ຕິດພະຍາດໂຄວິດ - 19 ໃນຊຸມຊົນ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງສືບຕໍ່ເຊີດຊູສະຕິລະວັງຕົວ,  ບໍ່ຄວນລະເຫຼີງ, ປະໝາດຢ່າງເດັດຂາດຕໍ່ໄພອັນຕະລາຍຂອງໂລກລະບາດໃນສະພາບການແຜ່ລະບາດຂອງໄວລັດ SARS-CoV-2 ຢູ່ໃນໂລກຍັງສືບຕໍ່ມີການຜັນແປຢ່າງສັບສົນ. ຍ້ອນເຫດນັ້ນ, ເລື່ອງຄົ້ນຄວ້າ, ແລກປ່ຽນມາດຕະການປ້ອງກັນ ແລະຕ້ານພະຍາດຍັງແມ່ນບັນຫາຈໍາເປັນ”.

leftcenterrightdel
ບັນຍາກາດທີ່ການແລກປ່ຽນທີ່ວິທະຍາຄານການແພດກອງທັບ. ພາບ: qdnd.vn.

ທີ່ການແລກປ່ຽນ, ບັນດາຊ່ຽວຊານແພດທະຫານສອງປະເທດໄດ້ແລກປ່ຽນເນື້ອໃນທີ່ມີຄວາມສົນໃຈ, ແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ - 19, ໃນນັ້ນມີ: ຈັດຕັ້ງກໍາລັງ; ມາດຕະການ ແລະຂັ້ນຕອນການວິເຄາະຫາເຊື້ອ; ຄົ້ນຫາຜູ້ຕິດເຊື້ອພະຍາດ, ແຍກປ່ຽວ, ຕິດຕາມກວດກາການປ້ອງກັນ ແລະຕ້ານພະຍາດໂຄວິດ - 19... ສ່ວນຝ່າຍອາຟະລິກາ ກໍ່ໄດ້ຕີລາຄາສູງຕໍ່ໝາກຜົນການຄວບຄຸມພະຍາດໂຄວິດ - 19 ຂອງຫວຽດນາມ ໃນໄລຍະຜ່ານມາ.

ການແລກປ່ຽນຜ່ານລະບົບທາງໄກລະຫວ່າງແພດທະຫານຫວຽດນາມ ແລະອາຟະລິກາ ໄດ້ປະກອບສ່ວນປັບປຸງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ແລະອາຟະລິກາ ເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ.

ໂດຍ: ທະນາພອນ