leftcenterrightdel
ບັນຍາກາດທີ່ກອງປະຊຸມສາກົນ. ພາບ: ວັນຮ໊ຽວ.

ຄະນະຜູ້ແທນຫວຽດນາມ ໂດຍທ່ານພັນເອກພິເສດ ຮວີ່ງງອັກກີ່, ຮອງຫົວໜ້າຫ້ອງການຮັກສາຄວາມປອດໄພດ້ານຂໍ້ມູນ, ກອງບັນຊາການ 86 ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ຖ່າຍທອດສົດທີ່ຮ່າໂນ້ຍ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວເພື່ອປະກອບສ່ວນຮັກສາ ແລະຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ກໍ່ຄືຊອກຮູ້ບັນດາຜະລິດຕະພັນ ແລະເຕັກໂນໂລຢີກ້າວໜ້າກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມໝັ້ນຄົງ, ຄວາມໝັ້ນຄົງທາງອິນເຕີແນັດຂອງ ອິດສະຣາແອນ.

ກອງປະຊຸມດັ່ງກ່າວໄດ້ດໍາເນີນໃນເວລາສອງວັນດ້ວຍກອງປະຊຸມສໍາມະນາຫົວຂໍ້ສະເພາະ, ງານວາງສະແດງຜະລິດຕະພັນທາງໄກພ້ອມກັບບັນດາວາລະເຈລະຈາທາງໄກລະຫວ່າງບັນດາວິສາຫະກິດເຂົ້າຮ່ວມເຫດການ.

ໂດຍ: ເກື່ອງດັ້ງ