ນີ້ແມ່ນຄັ້ງທີ 3 ທີ່ກອງທັບປະຊາຊົນຫວຽດນາມ ຈັດສົ່ງທະຫານເຂົ້າຮ່ວມ Army Games ຢ່າງລຽນຕິດ. ການເຂົ້າຮ່ວມຂອງຄະນະກອງທັບປະຊາຊົນຫວຽດນາມ ໃນຄັ້ງນີ້ດ້ວຍສະມາຊິກເປັນຈຳນວນຫຼວງຫຼາຍສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ຕໍ່ກັບບັນດາການເຄື່ອນໄຫວຫຼາຍຝ່າຍໂດຍກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຈັດຕັ້ງ, ກໍ່ຄືບົດບາດ, ຖານະທີ່ຕ້ັງຂອງສະຫະພັນລັດເຊຍ ບົນເວທີສາກົນ. ການເຂົ້າຮ່ວມງານແຂ່ງຂັນການທະຫານສາກົນປີນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວດ້ານປ້ອງກັນຊາດໃນຂອບເຂດປີຫວຽດນາມ ຢູ່ ລັດເຊຍ ແລະປີລັດເຊຍ ຢູ່ຫວຽດນາມ 2019-2020 ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂຊວຽດ/ສະຫະພັນລັດເຊຍ (1950-2020). ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ກອງທັບປະເທດຕ່າງໆສະແດງຄວາມສາມາດໃນການຝຶກແອບ, ກຽມພ້ອມສູ້ຮົບ, ທົດສອບ, ຮ່ຳຮຽນເຊິ່ງກັນ ແລະກັນ.

leftcenterrightdel
ວຽກງານຂ້າເຊື້ອພະຍາດໄດ້ປະຕິບັດພາຍຫຼັງຄະນະກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games 2020 ມາຍັງບ່ອນແຍກປ່ຽວ.

ດ້ວຍເປົ້າໝາຍຮັບປະກັນສຸຂະພາບໃຫ້ແກ່ບັນດາສະມາຊິກໃນຄະນະ, ສະກັດກັ້ນການແຜ່ລະບາດຂອງພະຍາດ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ປະຕິບັດບັນດາມາດຕະການກ່ຽວກັບຄວາມປອດໄພ ແລະອະນາໄມກັນພະຍາດໃນຕະຫຼອດຖ້ຽວບິນຢ່າງເຂັ້ມງວດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນໂນ້ຍບ່າຍ, ບັນດາຜູ້ໂດຍສານໄດ້ກວດສຸຂະພາບ ແລະກັກບໍລິເວນຖືກຕາມຂ້ໍກຳນົດ. ຄະນະກອງທັບປະຊາຊົນລາວ ໄດ້ລົງເຮືອບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ ເພື່ອຂຶ້ນເຮືອບິນທະຫານຂອງລາວ ກັບຄືນປະເທດ.

ໂດຍ: ສົມເພັດ