leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ຕວນເຊີນ.

ໃນຊຸມປີຜ່ານມາ, ບາງຫົວເລື່ອງ, ກິດຈະການຄົ້ນຄວ້າຕາມລາຍການຮ່ວມມືລະຫວ່າງສອງກົມກອງໄດ້ນໍາເຂົ້າໝູນໃຊ້ໃນພຶດຕິກຳຕົວຈິງ, ນໍາມາປະສິດທິຜົນຢ່າງແທ້ຈິງ, ປະກອບສ່ວນຍົກສູງຄຸນນະພາບວຽກງານຮັບປະກັນດ້ານເຕັກນິກ, ພະລາທິການ, ເສນາຮັກ…; ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຈາກພຶດຕິກໍາຕົວຈິງຂອງການເຄື່ອນໄຫວຝຶກຊ້ອມ, ກຽມພ້ອມສູ້ຮົບຂອງເຫຼົ່າທັບເຮືອ. ພົ້ນເດັ່ນແມ່ນບັນດາກິດຈະການ ແລະຜະລິດຕະພັນຮັບໃຊ້ວຽກງານຮັບປະກັນດ້ານວັດຖຸອຸປະກອນໃຫ້ກຳປັ່ນດຳນ້ຳ; ປະກອບເຕັກນິກການທະຫານ; ຄົ້ນຄວ້າຍົກສູງສຸຂະພາບໃຫ້ທະຫານ ແລະຄົ້ນຄວ້າຊີວະພາບ, ຊັບພະຍາກອນທະເລ, ແກ້ໄຂສິ່ງແວດລ້ອມຢູ່ໝູ່ເກາະເຈື່ອງຊາ… ທີ່ກອງປະຊຸມ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ມອບອຸປະກອນຫັນນໍ້າທະເລເປັນນ້ຳຈືດທີ່ນໍາໃຊ້ພະລັງງານແສງຕາເວັນໃຫ້ເຫຼົ່າທັບເຮືອ.

ໂດຍ: ຈາງຫງວຽນ