leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານພົນເອກ Phat Vibolsopheak ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະການຕ່າງປະເທດທັງເປັນຫົວໜ້າກົມຮ່ວມມືສາກົນ, ກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: ວັນຮ໊ຽວ.

ທີ່ການໂອ້ລົມທາງໂທລະສັບ, ທ່ານພົນຕີ ຫວູຈ໊ຽນຖັ໊ງ ໄດ້ສະແດງຄວາມຂອບອົກຂອບໃຈເຖິງກະຊວງປ້ອງກັນປະເທດກໍາປູເຈຍ ຍາມໃດກໍ່ສະໜັບສະໜູນ ແລະເຂົ້າຮ່ວມບັນດາຂໍ້ລິເລີ່ມກໍ່ຄືກອງປະຊຸມທາງໄກໂດຍຫວຽດນາມ ເປັນປະທານໃນປີຫວຽດນາມ ເປັນປະທານອາຊຽນ 2020 ຢ່າງຄົບຖ້ວນ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ສະເໜີບັນດາເນື້ອໃນຮ່ວມມືລະຫວ່າງສອງຝ່າຍທີ່ຍັງບໍ່ທັນຜັນຂະຫຍາຍໃນປີ 2020 ຈະສືບຕໍ່ໄດ້ຮັບການກະກຽມ ແລະນຳເຂົ້າແຜນການຮ່ວມມືປີ 2021 ກໍ່ຄືຄົ້ນຄວ້າປ່ຽນທິດປະຕິບັດແບບທາງໄກ. ສ່ວນທ່ານພົນເອກ Phat Vibolsopheak ກໍ່ໄດ້ຕີລາຄາສູງຈິດໃຈເປັນເຈົ້າການ, ຮັບມືກໍ່ຄືບົດຮຽນຕ້ານ, ສະກັດກັ້ນພະຍາດໂຄວິດ-19 ຂອງຫວຽດນາມ; ພ້ອມທັງສະແດງຄວາມຂອບອົກຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ມອບວັດຖຸອຸປະກອນການແພດໃຫ້ຝ່າຍ ກໍາປູເຈຍ ໃນໄລຍະທີ່ສອງປະເທດກໍາລັງປະສົບກັບຄວາມຫຍຸ້ງຍາກໃນວຽກງານຕ້ານ, ສະກັດກັ້ນພະຍາດ.

leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານພົນຈັດຕະວາ Kenchan Nanthalangsy ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດລາວ. ພາບ: ວັນຮ໊ຽວ.

ທີ່ການໂອ້ລົມທາງໂທລະສັບກັບທ່ານພົນຈັດຕະວາ Kenchan Nanthalangsy, ສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້ໃນສະພາບຜົນສະທ້ອນຂອງພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ. ສອງຝ່າຍໄດ້ມີບັນດາການດັດປັບທີ່ສອດຄ່ອງ, ສືບຕໍ່ໜູນຊ່ວຍກັນໃນບັນດາການເຄື່ອນໄຫວຮ່ວມມືສອງຝ່າຍ. ທ່ານພົນຕີ ຫວູຈ໊ຽນຖັ໊ງ ປາດຖະໜາວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື ແລະຄົ້ນຄວ້າບັນດາວິທີການຜັນຂະຫຍາຍການຮ່ວມມືເພື່ອຮັບປະກັນຄວາມປອດໄພໃນການຕ້ານ ແລະສະກັດກັ້ນພະຍາດໃນໄລຍະຈະມາເຖິງ. ທ່ານພົນຈັດຕະວາ Kenchan Nanthalangsy ໄດ້ສະແດງຄວາມຂອບອົກຂອບໃຈທີ່ຈິງໃຈ ແລະປາດຖະໜາ ຢາກສືບຕໍ່ໄດ້ຮັບການໜູນຊ່ວຍ, ແບ່ງປັນຂອງຫວຽດນາມ ໃນການສະກັດກັ້ນ ແລະຄວບຄຸມພະຍາດ; ໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ສະໜັບສະໜູນບັນດາການກະທໍາຕໍ່ໄປຂອງຫວຽດນາມ ໃນປີຫວຽດນາມເປັນປະທານອາຊຽນ 2020...

ໂດຍ: ເກື່ອງດັ້ງ