ເຂົ້າຮ່ວມການແຂ່ງຂັນ “ຍິງບັ່ນທອນ” ຢູ່ນະຄອນ Brest (ເບລາຣຸດ) ໃນຂອບເຂດ Army Games 2020, ທີມຍິງບັ່ນທອນຂອງກອງທັບປະຊາຊົນຫວຽດນາມ ໄດ້ສະແດງໃຫ້ເຫັນ ຄຸນນະທາດຂອງຕົນເມື່ອຍາດໄດ້ລາງວັນທີສອງໃນລາຍການ “ທີມສົມທົບຢ່າງລົງຕົວ” ຢູ່ໄລຍະ 3. ໃນເວັບໄຊ Mil.ru ຂອງກະຊວງປ້ອງກັນປະເທດລັດເຊຍ, ດ້ວຍຈຳນວນຄະແນນສູງສຸດໃນການແຂ່ງຂັນ “ໄປໄລ່ລ່າ” ໄດ້ຈັດຕັ້ງໃນຕອນຄ່ຳ, ບັນດານັກຍິງຂອງຫວຽດນາມ ໄດ້ຮັບການຕີລາຄາວ່າ  ໄດ້ສະແດງໃຫ້ເຫັນທັກສະຍິງບັ່ນທອນຢ່າງດີເລີດ. ທີມຍິງບັ່ນທອນຂອງກອງທັບປະຊາຊົນຫວຽດນາມ ແມ່ນທີມໜຶ່ງດຽວທີ່ຍິງຖືກເປົ້າໝາຍທັງໝົດໃນການແຂ່ງຂັນຄັ້ງນ້ີ.

leftcenterrightdel
ທີມລົດຕັງຂອງກອງທັບປະຊາຊົນຫວຽດນາມ ທີ່ງານແຂ່ງຂັນການທະຫານສາກົນ. ພາບ: qdnd.vn.

ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ “ເປີດເສັ້ນທາງສູ່ໄຊຊະນະ” ຂອງທະຫານຊ່າງແສງຫວຽດນາມ, ດ້ວຍຜົນການແຂ່ງຂັນແມ່ນ 46 ນາທີ, ທີມຊ່າງແສງກອງທັບປະຊາຊົນຫວຽດນາມ ຍາດໄດ້ຫຼຽນທອງພາຍຫຼັງສຳເລັດການແຂ່ງຂັນ “ການເດີນທາງປອດໄພ” ຢູ່ນະຄອນ Kstovo (ສະຫະພັນລັດເຊຍ). ຕາມເວັບໄຊ Mil.ru ແລ້ວ, ທີມຊ່າງແສງກອງທັບປະຊາຊົນຫວຽດນາມ ໄດ້ແຂ່ງຂັນດີແລ້ວ, ພຽງແຕ່ຖັດຈາກລັດເຊຍ (31 ນາທີ 13 ວິນາທີ) ແລະອຸສເບກິສະຖານ (43 ນາທີ 27 ວິນາທີ).

ຕາມຊ່ອງໂທລະພາບ Tvzvezda ແລ້ວ, ທ່ານພົນຕີ Mikhail Matveyevsky, ຜູ້ບັນຊາການກຳລັງລູກສອນໄຟ ແລະປືນໃຫຍ່ຂຶ້ນກັບບັນດາກຳລັງປະກອບອາວຸດສະຫະພັນລັດເຊຍ ເນັ້ນໜັກວ່າ ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງທີມປືນໃຫຍ່ມາເຂົ້າຮ່ວມການແຂ່ງຂັນເປັນຄັ້ງທຳອິດ. ຄຽງຂ້າງບັນດາທີມຕ່າງໆ, ຄື: ລັດເຊຍ, ອາເມເນຍ, ເບລາຣຸດ, ຕາຈິກິດສະຖານ ແລະອຸສເບກິສະຖານ, ບັນດານັກຍິງປືນທີ່ມາຈາກຫວຽດນາມ ໄດ້ເຂົ້າຮ່ວມແຂ່ງຂັນຢູ່ໃນລາຍການແຂ່ງຂັນໝູ່ປືນໃຫຍ່ແມ່ນ “ນັກຍິງປືນໃຫຍ່ເກັ່ງ”.

ໃນເວັບໄຊ Mil.ru  ທີມຝຶກແອບໝາວິຊາສະເພາະຂອງກອງທັບປະຊາຊົນຫວຽດນາມ ກໍ່ໄດ້ເຕື້ອງເຖິງເມື່ອເຂົ້າຮ່ວມການແຂ່ງຂັນ “ເພື່ອນຈົ່ງຮັກພັກດີ” ຄັ້ງທໍາອິດຢູ່ສູນຝຶກແອບໝາວິຊາສະເພາະເລກທີ 470 ຢູ່ນະຄອນ Dmitrov (ຫ່າງຈາກນະຄອນຫຼວງມົດສະກູ ປະມານ 100 km). ຕາມເວັບໄຊ Mil.ru ແລ້ວ, ທ່ານພັນເອກ ເລແມັງເຫືອງ, ຫົວໜ້າທີມຝຶກແອບໝາວິຊາສະເພາະຂອງກອງທັບປະຊາຊົນຫວຽດນາມ ເນັ້ນໜັກວ່າ ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ແມ່ນກາລະໂອກາດດີງາມທີ່ສຸດເພື່ອແລກປ່ຽນບົດຮຽນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບລັດເຊຍ ກໍ່ຄືກອງທັບປະເທດຕ່າງໆ.

ໃນຂະນະນັ້ນ, ເມື່ອເຕື້ອງເຖິງທີມເຮືອນຄົວກາງສະໜາມຂອງກອງທັບປະຊາຊົນຫວຽດນາມ, ໜັງສືພິມຊາວດໍ໋ (ດາວແດງ) ຂອງບັນດາກຳລັງປະກອບອາວຸດສະຫະພັນລັດເຊຍ ກໍ່ສະແດງຄວາມປະທັບໃຈກ່ຽວກັບອາຫານການກິນຂອງຫວຽດນາມ. ບັນດາເຍື່ອງອາຫານທີ່ເປັນມູນເຊື້ອໂດຍບັນດາ “ອ້າຍລ້ຽງ” ໄດ້ກະກຽມ, ຄື:ແນມຈືນ, ເຂົ້າຕົ້ມ, ເຂົ້າໜົມໂຈຍ... ກໍ່ຄືບັນດາຜະລິດຕະພັນ "made in Vietnam".

ທີມວັດທະນະທຳສິລະປະກອງທັບປະຊາຊົນຫວຽດນາມ ກໍ່ໄດ້ຮັບຄຳຍ້ອງຍໍຊົມເຊີຍເມື່ອເຂົ້າຮ່ວມ Army Games ປີນີ້. ທ່ານ Lev Leshchenko ປະທານສະພາກຳມະການໃຫ້ຄະແນນຕີລາຄາວ່າ ພ້ອມກັບບັນດາທີມທີ່ມາຈາກ ຄາຊັກສະຖານ, ອາແຊກໄບຢານ, ເບລາຣຸດ, ອາເມເນຍ, ທີມຂອງຫວຽດນາມ ໄດ້ຈັດຢູ່ລະດັບສູງພິເສດ. ໜັງສືພິມຊາວດໍ໋ ມີຄວາມສົນໃຈເປັນພິເສດເຖິງນັກຮ້ອງ ຈິ້ງເຟືອງ ຂອງທີມວັດທະນະທຳສິລະປະກອງທັບປະຊາຊົນຫວຽດນາມ, ຜູ້ທີ່ເຄີຍຮ່ຳຮຽນຢູ່ສະຖາບັນດົນຕີແຫ່ງຊາດມົດສະກູ ທີມີຊື່ວ່າ Gnesin. ທຳນອງສຽງສູງຂອງນັກຮ້ອງ ຈິ້ງເຟືອງ ໄດ້ກາຍເປັນຈຸດໂດດເດັ່ນຂອງການແຂ່ງຂັນຮ້ອງເພງ.

ເຂົ້າຮ່ວມ Army Games 2020, ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ, ມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍຈິດໃຈສາມັກຄີ, ປະສານສົມທົບ, ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະແຜ່ຂະຫຍາຍຮູບພາບລຸງໂຮ່ ເຖິງເພື່ອນມິດສາກົນຢ່າງແຮງ.

ໂດຍ: ສົມເພັດ