ທີ່ກອງປະຊຸມ ACDFM-17 ດ້ວຍຫົວຂໍ້ “ຮ່ວມມືດ້ານການທະຫານເພື່ອອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື” ຄາດຄະເນວ່າຈະດໍາເນີນໃນວັນທີ 24 ກັນຍາ, ບັນດາຜູ້ແທນຈະສຸມໃສ່ແລກປ່ຽນທັດສະນະກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືຢ່າງແທ້ຈິງ, ເພີ່ມທະວີຄວາມສະໜິດຕິດພັນ ແລະຮັບມືເປັນໝູ່ຄະນະກັບບັນດາສິ່ງທ້າທາຍລວມ. ທ່ານພົນໂທ ຟານວັນຢາງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຈະເປັນປະທານກອງປະຊຸມ ACDFM-17.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: mod.gov.vn.

ທີ່ການເຮັດວຽກດັ່ງກ່າວ, ຜູ້ຕາງໜ້າກົມພົວພັນຕ່າງປະເທດໄດ້ແຈ້ງໃຫ້ຊາບກ່ຽວກັບວຽກງານກະກຽມ, ເນື້ອໃນ ແລະການຄາດຄະເນໂຄງການດໍາເນີນງານຂອງກອງປະຊຸມ ACDFM-17 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ. ບັນດາຜູ້ແທນໄດ້ແລກປ່ຽນ ແລະແບ່ງປັນບັນດາຂໍ້ມູນຂ່າວສານທີ່ເປັນປະໂຫຍດແນໃສ່ຮັບປະກັນໃຫ້ບັນດາກອງປະຊຸມດໍາເນີນປະສົບຜົນສໍາເລັດ ແລະບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ.

ໂດຍ: ເຈິ່ນຮວ່ຽນ