ຮົ້ວກີດຂວາງໃຫຍ່ທີ່ສຸດ

ຖ້າບໍ່ແມ່ນການສະແດງກຳລັງແຮງດ້ານຍຸດທະພັນການທະຫານ, ກໍ່ບໍ່ໄດ້ຮຽກຮ້ອງໃຫ້ບັນດານັກກິລາຕ້ອງຜ່ານຂຸມເລິກ, ຝາສູງ... ແຕ່ເຮືອນຄົວກາງສະໜາມແມ່ນບໍ່ມີຍາມໃດທີ່ມີການແຂ່ງຂັນແບບງ່າຍດາຍ. ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງວາງອອກໃຫ້ໄດ້ນັ້ນ, ບັນດານັກກິລາທີ່ຈະໄປເຂົ້າຮ່ວມການແຂ່ງຂັນບໍ່ພຽງແຕ່ຕ້ອງຍິງປືນເກັ່ງເທົ່ານັ້ນ ຫາກຍັງຕ້ອງມີເຕັກນິກໃນການຄົວກິນ ແລະມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບອາຫານການກິນເອີລົບ ອີກດ້ວຍ.

leftcenterrightdel
ບັນດາສະມາຊິກຂອງທີມເຮືອນຄົວກາງສະໜາມ ຫັດແອບການຄົວກິນຕາມລາຍການອາຫານເລືອກເອງ. ພາບ: qdnd.vn.

ປີນີ້, ເນື້ອໃນການແຂ່ງຂັນກ່ຽວກັບເຮືອນຄົວກາງສະໜາມແມ່ນບໍ່ມີການປ່ຽນແປງຫຼາຍເມື່ອທຽບໃສ່ຊຸມປີກ່ອນແຕ່ວ່າລະດັບຄວາມຍາກໄດ້ເພີ່ມຂຶ້ນ. ນອກຈາກບັນດາຮອບແຂ່ງຂັນຍິງປືນ AK, ຄົວກິນ ແລະປີ້ງເຂົ້າໜົມຕາມລາຍການອາຫານເລືອກເອງແລ້ວ, ຮອບຊິງຊະນະເລີດຂອງບັນດາທີມຈະຕ້ອງແຕ່ງກິນຕາມລາຍການອາຫານແບບບັງຄັບຕື່ມອີກ. ທ່ານຮ້ອຍເອກພິເສດ ເວືອງວັນຕ໊ຽນ, ຜູ້ຊ່ວຍວຽກຫ້ອງເສນາທິການແຜນການ, ກົມອຸປະໂພກ-ບໍລິໂພກ (ກົມໃຫຍ່ພະລາທິການ), ຄູຝຶກຂອງທີມເຮືອນຄົວກາງສະໜາມ ໃຫ້ຮູ້ວ່າ “ເວລາແຂ່ງຂັນຮອບຊິງຊະນະເລີດ ຈະໄດ້ດຳເນີນໃນເວລາ 3 ວັນແທນທີໃຫ້ 2 ວັນຄືກ່ອນນີ້. ໃນນັ້ນ, 2 ວັນທຳອິດ, ບັນດານັກກິລາ ຈະແຂ່ງຂັນເນື້ອໃນລາຍການປຸງແຕ່ງອາຫານແບບບັງຄັບ ແລະວັນສຸດທ້າຍແມ່ນຈະໄດ້ແຂ່ງຂັນເຮັດເຂົ້າຈີ່”.

ໃນຂະນະການຍິງປືນໄດ້ຖືວ່າແມ່ນທ່າແຮງ, ເນື້ອໃນຄົວກິນໄດ້ຖືວ່າແມ່ນສິ່ງທ້າທາຍຕໍ່ກັບທີມເຮືອນຄົວກາງສະໜາມ. ຄວາມແຕກຕ່າງກັນກ່ຽວກັບວັດທະນະທຳອາຫານການກິນແມ່ນຮົ້ວກີດຂວາງໃຫຍ່ທີ່ສຸດທີ່ເຂົາເຈົ້າຕ້ອງໄດ້ຜ່ານຜ່າໃນວິວັດການຝຶກແອບ. ເພື່ອມີເຍື່ອງອາຫານທີ່ມີລົດຊາດຖືກຕາມຄະນະຈັດຕັ້ງກຳນົດ, ຮຽກຮ້ອງໃຫ້ບັນດານັກກິລາຕ້ອງມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ຍ້ອນວ່າທຸກເຍື່ອງອາຫານໃນເນື້ອໃນຂອງການແຂ່ງຂັນເຮືອນຄົວກາງສະໜາມລ້ວນແຕ່ແມ່ນເຍື່ອງອາຫານເອີລົບ, ນັບແຕ່ລົດຊາດຈົນຮອດເຕັກນິກການປຸງແຕ່ງກໍ່ມີຄວາມແຕກຕ່າງກັບບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຫວຽດນາມ.

ແຕ່ວ່າ, ຄວາມຫຍຸ້ງຍາກບໍ່ແມ່ນມີພຽງແຕ່ເທົ່ານັ້ນ. ທ່ານພັນເອກ ຫງວຽນເດືອງຫາຍ, ຮອງຫົວໜ້າຫ້ອງເສນາທິການແຜນການ, ກົມອຸປະໂພກ-ບໍລິໂພກ, ຜູ້ຕິດຕາມທີມນັບແຕ່ຊຸມວັນຝຶກແອບທຳອິດ, ໃຫ້ຮູ້ວ່າ: “ຄະນະຈັດຕັ້ງໄດ້ຮຽກຮ້ອງຢ່າງເຄັ່ງຄັດກ່ຽວກັບປັດໄຈຄວາມປອດໄພສຸຂະອະນາໄມດ້ານສະບຽງອາຫານກໍ່ຄື ກຳນົດປະລິມານຂອງບັນດາເຍື່ອງອາຫານ. ຍ້ອນເຫດນັ້ນ, ການແຂ່ງຂັນໃນແຕ່ລະຮອບ, ນັບແຕ່ເມື່ອຮັບວັດຖຸດິບ, ຜ່ານບັນດາຂັ້ນຕອນປຸງແຕ່ງສະບຽງອາຫານໃຫ້ເປັນເຍື່ອງອາຫານ. ຕາມປົກກະຕິແລ້ວນັກກິລາຕ້ອງປ່ຽນຖົງມືແຕ່ 15-20 ຄູ່”.

ພາລະກຳສຳຄັນ

ເຮືອນຄົວກາງສະໜາມແມ່ນໜຶ່ງໃນຈຳນວນໜ້ອຍບັນດາທີມຂອງກອງທັບປະຊາຊົນຫວຽດນາມ, ເຄີຍເຂ້ົາຮ່ວມແຂ່ງຂັນຢູ່ Army Games ມາສອງຄັ້ງແລ້ວ. ບົດຮຽນຈາກການເຂົ້າຮ່ວມການແຂ່ງຂັນຄັ້ງຕ່າງໆໄດ້ສະແດງໃຫ້ເຫັນການກະກຽມຢ່າງຮອບຄອບຖີ່ຖ້ວນ, ຕົ້ນຕໍແມ່ນປັດໄຈປະກອບສ່ວນຕັດສິນຊະນະຂອງທີມ. ຍ້ອນເຫດນັ້ນ, ນັບແຕ່ເມື່ອໄດ້ຮັບຄຳສັ່ງຈາກຂັ້ນເທິງກ່ຽວກັບການໄປເຂົ້າຮ່ວມງານແຂ່ງຂັນ Army Games 2020, ກົມອຸປະໂພກ-ບໍລິໂພກ ໄດ້ຕັ້ງໜ້າເຮັດວຽກງານກະກຽມ, ໃນນັ້ນ, ບຸກຄະລະກອນແມ່ນປັດໄຈທີ່ໄດ້ພິຈາລະນາກ່ອນໝູ່. ທ່ານພັນເອກ ຫງວຽນເດືອງຫາຍ ແບ່ງປັນວ່າ “ປີນີ້, ໃນຈຳນວນນັກກິລາ 11 ຄົນຂອງທີມມີ 6 ຄົນເຄີຍເຂົ້າຮ່ວມການແຂ່ງຂັນຢູ່ Army Games ມາແລ້ວ. ພວກຂ້າພະເຈົ້າກຳນົດວ່ານີ້ແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄ່າ, ເຕັມໄປດ້ວຍບົດຮຽນ, ປະສົບການ, ມີຄຸນນະທາດໃນການແຂ່ງຂັນເປັນຢ່າງດີ”.

ນອກຈາກປັດໄຈບຸກຄະລາກອນແລ້ວ, ການກະກຽມຢ່າງຮອບຄອບຖີ່ຖ້ວນກ່ຽວກັບພື້ນຖານດ້ານວັດຖຸ, ອາວຸດຍຸດທະພັນການຝຶກແອບໃຫ້ບັນດານັກກິລາກໍ່ປະກອບສ່ວນເຂົ້າໃນຜົນສຳເລັດຂອງທີມ. ທ່ານພັນເອກ ຕົ໊ງຊວນເຮົ້າ, ຜູ້ອຳນວຍການສູນຝຶກແອບ (ກົມເສນາທິການ, ກົມໃຫຍ່ພະລາທິການ), ອົງການຮັບຜິດຊອບວຽກງານຮັບປະກັນດ້ານພະລາທິການກໍ່ຄືການຫັດແອບຍິງປືນ ແລະອອກກຳລັງກາຍໃຫ້ສອງທີມຕໍ່ກຳລັງແຮງເສນາຮັກ ແລະເຮືອນຄົວກາງສະໜາມທີ່ຈະໄປເຂົ້າຮ່ວມ Army Games 2020, ໃຫ້ຮູ້ວ່າ: “ພະນັກງານ, ນັກຮົບຂອງສູນຝຶກແອບລ້ວນແຕ່ມານະພະຍາຍາມຮັບປະກັນບັນດາເງື່ອນໄຂດີທີ່ສຸດໃຫ້ວິວັດການຝຶກແອບຂອງສອງທີມເຂົ້າຮ່ວມ Army Games. ພວກຂ້າພະເຈົ້າກໍານົດວ່ານີ້ແມ່ນໜ້າທ່ີການເມືອງສໍາຄັນຂອງສູນໃນປີ 2020”.

Army Games ແມ່ນສະໜາມແຂ່ງຂັນການທະຫານສາກົນ, ແຕ່ວ່ານີ້ກໍ່ແມ່ນສະໜາມເພື່ອໃຫ້ບັນດາທີມສາມາດພົບປະແລກປ່ຽນ, ເພີ່ມທະວີສາຍພົວພັນມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາພື້ນຖານວັດທະນະທຳ. ທີ່ການແຂ່ງຂັນຄັ້ງນີ້, ທີມເຮືອນຄົວກາງສະໜາມຂອງກອງທັບປະຊາ ຊົນຫວຽດນາມ ບໍ່ພຽງແຕ່ຈະແຂ່ງຂັນຢູ່ສະໜາມຝຶກຊ້ອມເທົ່ານັ້ນເຂົາເຈ້ົາຍັງມີພາລະກຳສຳຄັນທີ່ສຸດແມ່ນປະກອບສ່ວນໂຄສະນາເຜີຍແຜ່ວັດທະນະທຳ, ອາຫານການກິນ, ຊຸກຍູ້ການຮ່ວມມືໄມຕີຈິດມິດຕະພາບລະຫວ່າງຫວຽດນາມ ກັບເພື່ອນມິດສາກົນອີກດ້ວຍ.

ໂດຍ: ສົມເພັດ