ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວນຟຸກ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງຂະແໜງພະລາທິການກອງທັບບັນລຸໄດ້ໃນໄລຍະຜ່ານມາເພື່ອປະກອບສ່ວນພ້ອມກັບທົ່ວປວງຊົນ, ທົ່ວກອງທັບຍາດໄດ້ໄຊຊະນະອັນຍິ່ງໃຫຍ່ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ ແລະປະຕິບັດພັນທະສາກົນອັນສູງສົ່ງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ I ແລະມອບໃບຢັ້ງຢືນໃຫ້ກົມໃຫຍ່ພະລາທິການ. ພາບ: qdnd.vn.

ກ້າວເຂົ້າສູ່ໄລຍະສ້າງສາ ແລະປົກປັກຮັກສາປະເທດຊາດ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່, ຮັບປະກັນພະລາທິການກອງທັບໃນສະພາບການໃໝ່, ສ້າງຂະແໜງການໃຫ້ເປັນກຳລັງຫຼວງ, ທັນສະໄໝ, ປັບປຸງລະບົບພະລາທິການທົ່ວກອງທັບຢູ່ 3 ຂັ້ນ, ຄື: ຍຸດທະສາດ, ບັ້ນຮົບ ແລະຍຸດທະວິທີ; ສ້າງທ່າຮົບພະລາທິການປະຊາຊົນຢ່າງມີປະສິດທິຜົນ ແລະໝັ້ນຄົງເຂັ້ມແຂງ. ຂະແໜງພະລາທິການກອງທັບຄວນສືບຕໍ່ສ້າງບັນດາມາດຕະການປ້ອງກັນພະລາທິການ ແລະວິທີຈັດຕັ້ງພະລາທິການຢ່າງຕໍ່ເນື່ອງ, ທັນການເພື່ອຮັບປະກັນໃຫ້ທະຫານກຽມພ້ອມສູ້ຮົບໃນເງື່ອນໄຂຄູ່ຕໍ່ສູ້ນຳໃຊ້ອາວຸດເຕັກໂນໂລຢີສູງ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ ໂດຍບັງເອີນ.

ໂດຍ: ເຈິ່ນຮວ່ຽນ