leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິ້ງ. ພາບ: ວັນຮ໊ຽວ.

ທີ່ການສົນທະນາ, ທ່ານພົນໂທຫງວຽນຈີ໋ວິ້ງ ໄດ້ເຕື້ອງເຖິງຂໍ້ມູນກ່ຽວກັບສະພາບພະຍາດໂຄວິດ-19 ຢູ່ຫວຽດນາມ ໃຫ້ທ່ານ Atul Khare ຮັບຊາບ ແລະເນັ້ນໜັກເຖິງການເຂົ້າຮ່ວມຂອງທົ່ວລະບົບການເມືອງດ້ວຍຈິດໃຈ “ຕ້ານພະຍາດຄືຕ້ານສັດຕູ”, ໃນນັ້ນ ກອງທັບປະຊາຊົນຫວຽດນາມ ແມ່ນກໍາລັງແກ່ນສານ, ນໍາໜ້າ. ທ່ານພົນໂທ ຫງວຽນຈີ໋ວິ້ງ ໃຫ້ຮູ້ວ່າ ໃນປະຈຸບັນຢູ່ຫວຽດນາມ ກໍາລັງຕັ້ງໜ້າໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3, ກຽມພ້ອມຮັບດໍາລົງບົດບາດ, ໜ້າທີ່ຈາກໂຮງໝໍກາງສະໜາມຂັ້ນ 2 ເລກ 2.

ທ່ານ Atul Khare ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາຄວາມມານະພະຍາຍາມຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 2 ໃນການວາງອອກບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມທັງສະເໜີຫວຽດນາມ ເພີ່ມທະວີການເຄື່ອນໄຫວນີ້ກວ່າອີກເພື່ອແນໃສ່ໜູນໃຊ້ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້.

leftcenterrightdel
ບັນຍາກາດທີ່ການສົນທະນາທາງໄກ. ພາບ: ວັນຮ໊ຽວ.

ຄຽງຂ້າງກັນນັ້ນ, ທ່ານ Atul Khare ກໍ່ອວຍພອນຫວຽດນາມ, ໂດຍລະອຽດແມ່ນວິທະຍາຄານເສນາຮັກທີ່ໄດ້ຜະລິດຊຸດກິດລອງໄວລັດ SARS-CoV-2 ສໍາເລັດຜົນ, ຊົມເຊີຍໝາກຜົນຕັ້ງໜ້າຂອງ ຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດໂຄວິດ-19, ພ້ອມທັງສະເໜີຫຼາຍແຜນການເປີດກວ້າງການຮ່ວມມືໃນໄລຍະຈະມາເຖິງ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວຈຸດສຸມຈຳນວນໜຶ່ງຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021, ພິເສດແມ່ນແຜນການຈັດຕັ້ງກອງປະຊຸມ “ບົດບາດຂອງແມ່ຍິງ ແລະການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ” ແລະພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກົນໄກ ADMM+ ໂດຍຫວຽດນາມ ສະເໜີ.

ໂດຍ: ເກື່ອງດັ້ງ