leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະຄະນະນໍາສູນເຂດຮ້ອນຫວຽດນາມ-ລັດເຊຍ. ພາບ: ຈ້ອງຫາຍ.

ທີ່ການເຮັດວຽກ, ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ ໄດ້ຍ້ອງຍໍຊົມເຊີຍ ແລະຕີລາຄາສູງຕໍ່ບັນດາຜົນງານຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ ທີ່ບັນລຸໄດ້ໃນໄລຍະຜ່ານມາ; ໝາກຜົນນັ້ນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວິທະຍາສາດ-ເຕັກໂນໂລຢີ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ, ປະກອບສ່ວນກໍ່ສ້າງ, ປັບປຸງການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ດີງາມ ແລະການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ. 

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານເອກອັກຄະລັດຖະທູດ K.Vnukov ຢ້ຽມຊົມຫ້ອງທົດລອງຂອງສູນເຂດຮ້ອນຫວຽດນາມ-ລັດເຊຍ. ພາບ: ຈ້ອງຫາຍ.

ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ແມ່ນກົນໄກຮ່ວມມືສອງຝ່າຍອັນໜຶ່ງດຽວທີ່ຍັງຄົງຕົວນັບແຕ່ສະໄໝສະຫະພາບໂຊວຽດ ມາຮອດປັດຈຸບັນ; ເປັນສັນຍາລັກແຫ່ງການພົວພັນອັນດີງາມ, ມີປະສິດທິຜົນລະຫວ່າງຫວຽດນາມ - ສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປັດຈຸບັນ. ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍຈົດຈໍາ ແລະຮູ້ບຸນຄຸນຕໍ່ການສະໜັບສະໜູນຢ່າງສຸດຈິດສຸດໃຈ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈຂອງປະຊາຊົນໂຊວຽດ ແລະປະຊາຊົນລັດເຊຍ ທີ່ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະການສ້າງສາ, ປົກປັກຮັກສາປະເທດຊາດ ໃນປັດຈຸບັນ.

leftcenterrightdel
ບັນດາຜູ້ແທນ ຢ້ຽມຊົມຫ້ອງທົດລອງ. ພາບ: ຈ້ອງຫາຍ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່, ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມຂອບໃຈທ່ານເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຕາງໜ້າສະຖານທູດສະຫະພັນລັດເຊຍ ປະຈໍາຫວຽດນາມ ແລະບັນດານັກວິທະຍາສາດລັດເຊຍ ເຊິ່ງຍາມໃດກໍມີການຮ່ວມມືຢ່າງມີປະສິດທິຜົນ, ບົນຈິດໃຈສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານ ແລະການຮ່ວມມືກ່ຽວກັບສູນເຂດຮ້ອນຫວຽດນາມ-ລັດເຊຍ ທີ່ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ສະຫະພັນລັດເຊຍ. 

leftcenterrightdel
ທ່ານ Konstantin V.Vnukov ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນລັດເຊຍ ປະຈໍາຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຈ້ອງຫາຍ.

ພັກ, ລັດ, ລັດຖະບານ, ກະຊວງປ້ອງກັນປະເທດ ແລະກອງທັບປະຊາຊົນຫວຽດນາມ ຍາມໃດກໍຖືເປັນສໍາຄັນການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ, ຖືການພົວພັນກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດສໍາຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ; ປາດຖະໜາວ່າ ໃນໄລຍະຈະມາເຖິງສອງປະເທດ ຈະສືບຕໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງເປັນປົກກະຕິ ແລະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍໃນຂອບເຂດ “ປີຫວຽດນາມເຄື່ອນໄຫວຢູ່ລັດເຊຍ; ປີລັດເຊຍເຄື່ອນໄຫວຢູ່ຫວຽດນາມໃນສົກປີ 2019-2020”.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບໃບຍ້ອງຍໍໃຫ້ສູນເຂດຮ້ອນຫວຽດນາມ-ລັດເຊຍ, ທ່ານພົນຈັດຕະວາ ດັ້ງຮົ່ງຈ໋ຽນ ແລະທ່ານ ປອ ວິທະຍາສາດ Andrey Kuznetsov. ພາບ: ຈ້ອງຫາຍ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວນລິກ ໄດ້ມອບໃບຍ້ອງຍໍໃຫ້ສູນເຂດຮ້ອນຫວຽດນາມ-ລັດເຊຍ ແລະ 2 ບຸກຄົນ, ລວມມີ: ທ່ານພົນຈັດຕະວາ ດັ້ງຮົ່ງຈ໋ຽນ, ຜູ້ອໍານວຍການຝ່າຍຫວຽດນາມ ແລະທ່ານປອ ວິທະຍາສາດ Andrey Kuznetsov, ຜູ້ອໍານວຍການຝ່າຍລັດເຊຍ ຍ້ອນມີບັນດາຜົນງານດີເດັ່ນໃນການເຄື່ອນໄຫວຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຢີ, ປະກອບສ່ວນພັດທະນາການພົວພັນມິດຕະພາບ, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ; ມອບຂອງຂວັນໃຫ້ພະນັກງານ, ນັກຊ່ຽວຊານລັດເຊຍທີ່ເຮັດວຽກຢູ່ສູນເຂດຮ້ອນຫວຽດນາມ-ລັດເຊຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່.

ໂດຍ: ໄຊຊະນະ