ຫວຽດນາມ ຕັ້ງໜ້າກະກຽມເຂົ້າຮ່ວມ Army Games 2020
ກປ.ອອນໄລ - ໂດຍຕອບສະໜອງຕາມຄໍາເຊີນຂອງກະຊວງປ້ອງກັນປະເທດລັດເຊຍ, ກະຊວງປ້ອງກັນປະເທດຫວຽດນາມ ມີແຜນການຈັດສົ່ງບັນດາທີມ, ລວມມີບັນດາທີມຢູ່ພາຍໃນປະເທດ ແລະບັນດາທີມນັກຮຽນການທະຫານຫວຽດນາມ ຢູ່ລັດເຊຍ, ເຂົ້າຮ່ວມລາຍການຕ່າງໆທີ່ງານແຂ່ງຂັນກິລາການທະຫານສາກົນ Army Games 2020.
|
|
ທີມຫວຽດນາມ ແຂ່ງຂັນລາຍການ Tank Biathlon ຢູ່ Army Games 2019. ພາບ: ສໍານັກຂ່າວສານຫວຽດນາມ. |
ຄາດຄະເນວ່າ, ຄະນະຫວຽດນາມ ຈະສົ່ງ 7 ທີມເຂົ້າຮ່ວມ 6 ລາຍການແຂ່ງຂັນຢູ່ລັດເຊຍ, ລວມມີ: ການສົມທົບລົດຕັ່ງ, ເສັ້ນທາງປອດໄພ, ສະພາບແວດລ້ອມອັນຕະລາຍ, ໝູ່ເພື່ອນທີ່ຈົ່ງຮັກພັກດີ, ເຂດອຸບັດຕິເຫດ ແລະນໍ້າໃຈບໍ່ມີພົມແດນ. ນອກຈາກນີ້, ບັນດາທີມຂອງກະຊວງປ້ອງກັນປະເທດຫວຽດນາມ ຈະເຂົ້າຮ່ວມລາຍການຕ່າງໆຂອງງານແຂ່ງຂັນກິລາການທະຫານ ທີ່ໄດ້ຈັດຕັ້ງຢູ່ ເບລາຣຸດ, ກາຊັກສະຖານ, Uzbekistan ແລະ Sri Lanka.
ປະຈຸບັນ, ບັນດາທີມ ໄດ້ຮັບການສ້າງຕັ້ງ ແລະຕັ້ງໜ້າຈັດຕັ້ງການຝຶກແອບເພື່ອກະກຽມເຂົ້າຮ່ວມ Army Games 2020. ບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ໄດ້ ແລະກໍາລັງຕັ້ງໜ້າສົມທົບກັນຢູ່ພາຍໃນປະເທດ ແລະກັບຄະນະຈັດຕັ້ງງານແຂ່ງຂັນກິລາການທະຫານຂອງຝ່າຍລັດເຊຍ ເພື່ອສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາທີມດໍາເນີນການຝຶກກແອບຕິດແທດກັບບັນດາລາຍການແຂ່ງຂັນຕົວຈິງ.
ໂດຍ: ໄຊຊະນະ