ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກົມໃຫຍ່ເສນາທິການ-ອົງການກະຊວງປ້ອງກັນປະເທດຫວຽດນາມ ຄັ້ງທີ XVIII, ອາຍຸການ 2020-2025 ໄດ້ດໍາເນີນໃນໂອກາດທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນພວມອອກແຮງແຂ່ງຂັນ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກວາງອອກໄດ້ຢ່າງມີໄຊ; ສ້າງບັນດາຜົນງານທີ່ດີເດັ່ນເພື່ອອວຍພອນສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ… ເຂົ້າຮ່ວມກອງປະຊຸມໃຫຍ່ມີສະມາຊິກພັກ 300 ຄົນທີ່ຄັດເລືອກມາຈາກ 37 ອົງການຈັດຕັ້ງພັກຂຶ້ນກັບ, ຕາງໜ້າໃຫ້ສະມາຊິກພັກກວ່າ 7.000 ຄົນໃນທົ່ວອົງຄະນະພັກ. ກອງປະຊຸມໃຫຍ່ໄດ້ສຸມໃສ່ຍົກສູງຈິດໃຈປະຊາທິປະໄຕ-ປະດິດຄິດສ້າງ-ຮັບຜິດຊອບ, ເສີມຂະຫຍາຍສະຕິປັນຍາ, ປະກອບສ່ວນຄວາມເຫັນທີ່ເລິກເຊິ່ງ, ມີຄຸນນະພາບຫຼາຍຢ່າງ, ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມໃຫຍ່.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກົມໃຫຍ່ເສນາທິການ-ອົງການກະຊວງປ້ອງກັນປະເທດຫວຽດນາມ ຄັ້ງທີ XVIII, ອາຍຸການ 2020-2025.

leftcenterrightdel
ການນໍາກະຊວງປ້ອງກັນປະເທດພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນລົງຄະແນນສຽງຮັບຮອງເອົາເນື້ອໃນຈໍານວນໜຶ່ງທີ່ກອງປະຊຸມໃຫຍ່. ພາບ: qdnd.vn.
leftcenterrightdel
ກອງປະຊຸມໃຫຍ່ດໍາເນີນການປ່ອນບັດຄັດເລືອກຄະນະບໍລິຫານງານອົງຄະນະພັກກົມໃຫຍ່ເສນາທິການ-ອົງການກະຊວງປ້ອງກັນປະເທດ, ອາຍຸການ 2020-2025. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນຢ້ຽມຊົມຜະລິດຕະພັນຮັບໃຊ້ໜ້າທີ່ການທະຫານ, ປ້ອງກັນຊາດທີ່ໄດ້ວາງສະແດງຢູ່ກອງປະຊຸມໃຫຍ່. ພາບ: qdnd.vn.

ໂດຍ: ຈາງຫງວຽນ