leftcenterrightdel
ບັນຍາກາດທີ່ການສົນທະນາທາງໂທລະສັບລະຫວ່າງທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານພົນໂທ Alexander V.Fomin. ພາບ: ວັນຫຽວ.

ທີ່ການສົນທະນາທາງໂທລະສັບ, ທ່ານພົນໂທ ຫງວຽນຈີ໊ວິ້ງ ແລະທ່ານພົນໂທ Alexander V.Fomin ໄດ້ພ້ອມກັນຕີລາຄາສະພາບການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະສະຫະພັນລັດເຊຍ ໃນໄລຍະຜ່ານມາ ແລະເຫັນດີເປັນເອກະພາບຕໍ່ການກຳນົດທິດພັດທະນາການພົວພັນໃນໄລຍະຈະມາເຖິງ, ຢັ້ງຢືນຄວາມຕັດສິນໃຈບໍ່ປະໃຫ້ເຊື້ອພະຍາດໂຄວິດ-19 ສົ່ງຜົນສະທ້ອນເຖິງການພົວພັນສອງຝ່າຍທີ່ພວມຢູ່ໃນທ່າພັດທະນາຢ່າງດີງາມ. ພ້ອມທັງ, ສອງຝ່າຍກໍ່ໄດ້ເນັ້ນໜັກເຖິງລະດັບຄວາມສໍາຄັນຂອງການຮ່ວມມືຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. ສອງຝ່າຍກໍ່ເນັ້ນໜັກເຖິງບັນດາຂົງເຂດຮ່ວມມືທີ່ພົ້ນເດັ່ນ, ຕັດສິນໃຈປະຕິບັດບັນດາໜ້າທີ່ບູລິມະສິດໃນປີ 2020.

*ທີ່ການສົນທະນາທາງໂທລະສັບກັບທ່ານ Andrew Bridgman, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ນິວຊີແລນ ບັນລຸໄດ້ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ກະຊວງປ້ອງກັນປະເທດຫວຽດນາມ ຂອບໃຈກະຊວງປ້ອງກັນປະເທດນິວຊີແລນ ທີ່ໄດ້ສົມທົບນຳສົ່ງນັກຮຽນການທະຫານຫວຽດນາມ ສອງຄົນທີ່ໄປເຂົ້າຮ່ວມຊຸດກໍ່ສ້າງພາສາອັງກິດ ຢູ່ນິວຊີແລນ ກັບມາປະເທດ, ສະແດງໃຫ້ເຫັນຈິດໃຈທີ່ມີເຈດຕະນາດີ ແລະມະນຸດສະທໍາໃນຈຸດເວລາທີ່ບັນດາປະເທດລ້ວນແຕ່ປະສົບຄວາມຫຍຸ້ງຍາກຈາກເຊື້ອພະຍາດໂຄວິດ-19.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ທີ່ການສົນທະນາທາງໂທລະສັບກັບທ່ານ Andrew Bridgman.  ພາບ: ວັນຫຽວ.

ສອງຝ່າຍເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ໄປຄຽງຄູ່ກັບການເຄື່ອນໄຫວຮ່ວມມືທີ່ມີຢູ່ແລ້ວ, ກະຊວງປ້ອງກັນປະເທດສອງປະເທດຈະສືບຕໍ່ຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ຮ່ວມສໍາພັນກັນບຳລຸງກໍ່ສ້າງ, ກໍ່ສ້າງຊັບພະຍາກອນມະນຸດກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ເປີດກວ້າງການຮ່ວມມືດ້ານເສນາຮັກ…ເຊິ່ງປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ, ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາໃນພາກພື້ນ ແລະໃນໂລກ…

ໂດຍ: ຈາງຫງວຽນ