leftcenterrightdel
ທ່ານພົນເອກ ເລືອງເກື່ອງ ພ້ອມກັບການນໍາກົມໃຫຍ່ການເມືອງກອງທັບ ອວຍພອນຄະນະບໍລິຫານງານອົງຄະນະພັກອົງການກົມໃຫຍ່ການເມືອງກອງທັບ ອາຍຸການ 2020-2025 ແລະຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງທັບ ຄັ້ງທີ XI. ພາບ: ຈ້ອງຫາຍ.

ກອງປະຊຸມໃຫຍ່ໄດ້ຊາບຊຶມທັດສະນະ, ແນວທາງຂອງພັກ, ມະຕິ, ຄໍາສັ່ງຂອງສູນກາງ, ຄະນະພັກການທະຫານສູນກາງຢ່າງເລິກເຊິ່ງ; ກໍາແໜ້ນພາລະບົດບາດ, ທີ່ຕັ້ງ, ໜ້າທີ່ຂອງອົງການກົມໃຫຍ່ການເມືອງກອງທັບ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາ, ຍົກສູງຄວາມຮັບຜິດຊອບ, ປຶກສາຫາລື, ເຂົ້າຮ່ວມປະກອບສ່ວນຫຼາຍຄວາມເຫັນຢ່າງຟົດຟື້ນ, ສະແດງໃຫ້ເຫັນຈິນຕະນາການຍຸດທະສາດ ແລະຮັບຮອງເອົາບົດລາຍງານການເມືອງ, ບົດລາຍງານສໍາຫຼວດກວດຄືນຂອງຄະນະບໍລິຫານງານອົງຄະນະພັກ ຊຸດທີ XVIII ດ້ວຍຄວາມເຫັນດີເປັນເອກະພາບສູງ. ກອງປະຊຸມໃຫຍ່ໄດ້ໄຈ້ແຍກ, ຊີ້ແຈ້ງບັນດາຄວາມສະດວກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນໄລຍະຈະມາເຖິງ, ວາງອອກທິດທາງ, ເປົ້າໝາຍ ແລະບັນດາໜ້າທີ່, ມາດຕະການລະອຽດເພື່ອນໍາພາອົງການກົມໃຫຍ່ການເມືອງສືບຕໍ່ພັດທະນາ, ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີທີ່ສຸດ.

ກ່າວຄໍາເຫັນປິດກອງປະຊຸມໃຫຍ່, ທ່ານພົນໂທ ໂດ້ກັນ ຮອງຫົວໜ້າກົມໃຫຍ່ການເມືອງ, ເລຂາຄະນະພັກອົງການກົມໃຫຍ່ການເມືອງກອງທັບ ອາຍຸການ 2020-2025 ເນັ້ນໜັກວ່າ ກອງປະຊຸມໃຫຍ່ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ມະຫາຊົນທັງໝົດໃນທົ່ວກົມໃຫຍ່ການເມືອງສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ, ຂອງກົມໃຫຍ່ການເມືອງ, ຍົກສູງຈິດໃຈຮັບຜິດຊອບ, ແຂ່ງຂັນຮໍ່າຮຽນ, ປະຕິບັດງານ, ຝຶກຝົນຫຼໍ່ຫຼອມຢ່າງຫ້າວຫັນ, ປະຕິບັດໜ້າທີ່ໃຫ້ສໍາເລັດເປັນຢ່າງດີທີ່ສຸດ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກອົງການກົມໃຫຍ່ການເມືອງກອງທັບ ຄ້ັງທີ XIX, ອາຍຸການ 2020-2025 ຢ່າງມີໄຊ.

ໂດຍ: ຈາງຫງວຽນ