leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາງ ຫງວຽນທິກິມເງິນ ຕີລາຄາສູງ ແລະຍ້ອງຍໍຊົມເຊີຍຕໍ່ບັນດາຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງພະນັກງານ, ນັກຮົບເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ເພື່ອສ້າງວິລະກໍາ ແລະຜົນງານດີເດັ່ນ. ທ່ານນາງ ຫງວຽນທິກິມເງິນ ໃສ່ໃຈວ່າ ສະພາບການຢູ່ພາກພື້ນ ແລະໃນໂລກຍັງມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ສິ່ງດັ່ງກ່າວໄດ້ຮຽກຮ້ອງໃຫ້ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ເວົ້າສະເພາະຕ້ອງສືບຕໍ່ປ່ຽນແປງໃໝ່, ເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງໃນການກໍ່ສ້າງພື້ນຖານທ່ົວປວງຊົນປ້ອງກັນຊາດຢ່າງໝັ້ນຄົງ, ເຂັ້ມແຂງ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn.

ທີ່ການເຮັດວຽກ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ  ສືບຕໍ່ຊາບຊຶມ, ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງຂອງພັກ ພ້ອມກັບບັນດາມະຕິ, ຄໍາສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ອົງຄະນະພັກເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ... ຢ່າງມີປະສິດທິຜົນ, ສຸມໃສ່ກໍ່ສ້າງເຫຼົ່າທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການປົກປັກຮັກສາເຂດນ່ານຟ້າຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.

ທ່ານນາງປະທານສະພາແຫ່ງຊາດ ສະແດງຄວາມເຊື່ອໝັ້ນວ່າ ພະນັກງານ, ນັກຮົບຂອງເຫຼົ່າທັບຈະສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຕັດສິນໃຈກໍ່ສ້າງເຫຼົ່າທັບໃຫ້ນັບມື້ນັບທັນສະໄໝ, ປົກປັກຮັກສາເຂດນ່ານຟ້າຂອງປະເທດຊາດໄວ້ໃຫ້ໝັ້ນຄົງໃນທຸກໆກໍລະນີ.

ໂດຍ: ທູຈາງ