leftcenterrightdel
ບັນຍາກາດທີ່ກອງປະຊຸມຢູ່ຮ່າໂນ້ຍ. ພາບ: mod.gov.vn.

ທີ່ກອງປະຊຸມ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການຂອງເຊື້ອພະຍາດໂຄວິດ-19 ຢູ່ແຕ່ລະປະເທດ, ແບ່ງປັນບັນດາວິທີຮັບມືກັບເຊື້ອພະຍາດ, ວິທີບົ່ງມະຕິພະຍາດ, ສະກັດກັ້ນ ແລະປິ່ນປົວຄົນເຈັບຕິດ SARS-CoV-2. ພິເສດ, ສອງຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງກອງທັບໃນການປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19.

ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາກອງປະຊຸມທາງໄກເພື່ອແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ຕາມຮູບການຊ່ຽວຊານກັບຊ່ຽວຊານ, ຜ່ານນັ້ນສາມາດແລກປ່ຽນຄວາມຕ້ອງການຮ່ວມມືເພື່ອສ້າງບັນດາແຜນການປິ່ນປົວພະຍາດ, ແລກປ່ຽນບົດຮຽນ ແລະປະສິດທິຜົນຂອງຢາປະເພດຕ່າງໆທີ່ນໍາໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19.

ໂດຍ: ຈາງຫງວຽນ