ເຂົ້າຮ່ວມ ແລະຮ່ວມແຮງຮ່ວມໃຈແບ່ງປັນກັບປະຊາຄົມ, ທ່ານນາງພັນໂທ ຫງວຽນທິລຽນ ພະນັກງານກົມຮັກສາກັນຕິພາບຫວຽດນາມ ຮັບດໍາລົງຕໍາແໜ່ງເປັນນາຍທະຫານເສນາທິການຝຶກຊ້ອມຢູ່ MINUSCA ໄດ້ຫຍິບຜ້າອັດປາກ-ອັດດັງເກືອບ 300 ອັນເພື່ອມອບໃຫ້ບັນດາສໍານັກງານສື່ມວນຊົນຢູ່ພິທີປຸກລະດົມ.

leftcenterrightdel
ທ່ານນາງພັນໂທ ຫງວຽນທິລຽນ ມອບຜ້າອັດປາກ-ອັດດັງໃຫ້ແກ່ທ່ານ Coiarles Bambara ຜູ້ອໍານວຍການສື່ມວນຊົນ ແລະໂຄສົກຂອງກຸ່ມພົນລະເຮືອນຢູ່ MINUSCA. ພາບ: ກົມຮັກສາສັນຕິພາບຫວຽດນາມ.

ກ່ອນໜ້ານັ້ນ, ທ່ານນາງພັນໂທ ຫງວຽນທິລຽນ ໄດ້ຮັບໃບຍ້ອງຍໍຈາກການນໍາ MINUSCA ເພື່ອຮັບຮູ້ຕໍ່ການກະທຳອັນສູງສົ່ງ ແລະຈົບງາມເມື່ອຫຍິບຜ້າອັດປາກ-ອັດດັງ 400 ອັນມອບໃຫ້ພາລະກອນທັງໝົດຂອງສໍານັກບັນຊາຂອງ MINUSCA ແລະປະຊາຊົນຈໍານວນໜຶ່ງຄົນຢູ່ Bangui. ໃນໃບຍ້ອງຍໍ, ທ່ານພົນຕີ Daniel Traore ຜູ້ບັນຊາການກໍາລັງການທະຫານຂອງ MINUSCA ຢັ້ງຢືນວ່າ ຄວາມເມດຕາ ແລະເຈດຕະນາດີຂອງທ່ານນາງພັນໂທ ຫງວຽນທິລຽນ ສະແດງໃຫ້ເຫັນບັນດາຄຸນຄ່າຕົ້ນຕໍຂອງ ສປຊ. ທ່ານຢັ້ງຢືນວ່າ ທ່ານນາງພັນໂທ ຫງວຽນທິລຽນ ສົມເປັນທູດຜູ້ດີເລີດຂອງຫວຽດນາມ.

ການໃສ່ຜ້າອັດປາກ-ອັດດັງເພື່ອປ້ອງກັນ, ຕ້ານເຊື້ອພະຍາດໄດ້ກາຍເປັນຂໍ້ກໍານົດທີ່ບັງຄັບຢູ່ ສ. ອາຟຣິກາກາງ. ເຖິງຢ່າງໃດກໍ່ຕາມ, ການຊອກຊື້ຜ້າອັດປາກ-ອັດດັງຢູ່ນີ້ບໍ່ງ່າຍດາຍ. ທ່ານນາງພັນໂທ ຫງວຽນທິລຽນ ແບ່ງປັນວ່າ: “ຂ້າພະເຈົ້າຫວັງວ່າ ຜ່ານຂອງຂວັນເລກໜ້ອຍແຕ່ມີຄວາມໝາຍນີ້ຈະປະກອບສ່ວນແຜ່ຂະຫຍາຍຄວາມຮັກ, ຈິດໃຈຮັບຜິດຊອບເພື່ອປະຊາຄົມ ແລະເປັນຕົ້ນແມ່ນແຜ່ຂະຫຍາຍຈິດໃຈຮັກແພງຊ່ວຍເຫຼືອກັນຂອງບັນດານັກຮົບຮັກສາສັນຕິພາບຫວຽດນາມ”.

ໂດຍ: ຈາງຫງວຽນ