ທີ່ການຕ້ອນຮັບ, ທ່ານພົນເອກ ໂຕເລິມ ຊີ້ແຈ້ງວ່າ, ໃນຊຸມປີຜ່ານມາ, ການພົວພັນ “ຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ ແລະຍີ່ປຸ່ນ ເພື່ອສັນຕິພາບ, ຄວາມຮຸ່ງເຮືອງສີວິໄລ ຢູ່ອາຊີ” ສືບຕໍ່ພັດທະນາ ແລະກ້າວເຂົ້າສູ່ລວງເລິກໃນຫຼາຍຂົງເຂດ, ການພົວພັນສອງປະເທດ ກໍາລັງຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ.

leftcenterrightdel
ທ່ານພົນເອກ ໂຕເລິມ  ແລະທ່ານເອກອັກຄະລັດຖະທູດ Yamada Takio ທີ່ການຕ້ອນຮັບ. ພາບ: cand.com.vn

ຕໍ່ໜ້າສະພາບພະຍາດໂຄວິດ-19 ສືບຕໍ່ຜັນແປຢ່າງສັບສົນໃນຂອບເຂດທົ່ວໂລກ, ທ່ານພົນເອກ ໂຕເລິມ ຢັ້ງຢືນວ່າ, ລັດຖະບານຫວຽດນາມ ເວົ້າລວມ, ກະຊວງຕໍາຫຼວດຫວຽດນາມເວົ້າສະເພາະ ຍາມໃດກໍພ້ອມແລ້ວທີ່ຈະໜູນຊ່ວຍຢ່າງຕັ້ງໜ້າໃນການແບ່ງປັນບົດຮຽນ, ປະສົບການ, ຊ່ວຍເຫຼືອ ຍີ່ປຸ່ນ ໃນວຽກງານປ້ອງກັນ, ສະກັດກັ້ນພະຍາດໂຄວິດ-19 ແລະຮັບປະກັນ ຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ປະຊາຊົນຍີ່ປຸ່ນ ທີ່ກໍາລັງເຮັດວຽກ, ດໍາລົງຊີວິດດຢູ່ຫວຽດນາມ; ໜູນຊ່ວຍບັນດາວິສາຫະກິດ, ນັກຊ່ຽວຊານຍີ່ປຸ່ນ ກັບມາເຮັດວຽກຢູ່ຫວຽດນາມ ເປັນປົກກະຕິ...

leftcenterrightdel
ຕາງໜ້າກະຊວງຕໍາຫຼວດຫວຽດນາມ, ທ່ານພົນເອກ ໂຕເລິມ ມອບຜ້າອັດປາກ-ອັດດັງຈໍານວນ 10.000 ອັນ ໃຫ້ອົງການຕໍາຫຼວດແຫ່ງຊາດ ຍີ່ປຸ່ນ. ພາບ: cand.com.vn

ນະໂອກາດນີ້, ທ່ານ Yamada Takio ໄດ້ສະແດງຄວາມຂອບໃຈຕໍ່ທ່ານພົນເອກ ໂຕເລິມ ທີ່ໄດ້ສະຫຼະເວລາຕ້ອນຮັບ, ພ້ອມທັງແບ່ງປັນວ່າ ທ່ານ ຮູ້ສຶກເປັນກຽດທີ່ໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາຫວຽດນາມ ໃນຈຸດເວລາສໍາຄັນໃນປະຈຸບັນ, ສິ່ງນີ້ຍິ່ງເຮັດໃຫ້ທ່ານເຫັນໄດ້ຄວາມຮັບຜິດຊອບຂອງຕົນເພື່ອປະກອບສ່ວນເພີ່ມທະວີການພົວພັນອັນເລິກເຊິ່ງລະຫວ່າງສອງປະເທດ.

ກໍທີ່ການຕ້ອນຮັບ, ຕາງໜ້າກະຊວງຕໍາຫຼວດຫວຽດນາມ, ທ່ານພົນເອກ ໂຕເລິມ ໄດ້ມອບຜ້າອັດປາກ-ອັດດັງຈໍານວນ 10.000 ອັນໃຫ້ແກ່ອົງການຕໍາຫຼວດແຫ່ງຊາດ ຍີ່ປຸ່ນ. ທ່ານພົນເອກ ໂຕເລິມ ຫວັງວ່າຂອງຂວັນດັ່ງກ່າວຈະປະກອບສ່ວນຊ່ວຍໃຫ້ກໍາລັງຕໍາຫຼວດແຫ່ງຊາດຍີ່ປຸ່ນ ປ້ອງກັນຕົນເອງໃຫ້ມີຄວາມປອດໄພ, ປ້ອງກັນ, ສະກັດກັ້ນໂລກລະບາດ, ມີກໍາລັງຄວາມສາມາດຢ່າງພຽງພໍເພື່ອປະຕິບັດສໍາເລັດໜ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະທີ່ພະຍາດໂຄວິດ-19 ພວມແຜ່ລະບາດ ຢູ່ ຍີ່ປຸ່ນ.

ໂດຍ: ໄຊຊະນະ