leftcenterrightdel
ທ່ານພັນເອກພິເສດ ຫງວຽນເວິນຢາງ (ຢູ່ກາງ) ເປັນປະທານຮ່ວມກອງປະຊຸມ. ພາບ: ວັນຮ໊ຽວ.

ເປັນປະທານຮ່ວມກອງປະຊຸມມີທ່ານພັນເອກພິເສດ ຫງວຽນເວິນຢາງ, ຮອງຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ແລະທ່ານພັນເອກພິເສດ Lirui, ຫົວໜ້າຫ້ອງວ່າການຮ່ວມມືສາກົນ, ກົມການແພດ, ກະຊວງຮັບປະກັນພະລາທິການ ຄະນະພັກການທະຫານສູນກາງ ຈີນ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີບັນດານັກຊ່ຽວຊານແຖວໜ້າໃນຂົງເຂດການແພດທະຫານຂອງຫວຽດນາມ ແລະບັນດານັກຊ່ຽວຊານທີ່ມາຈາກໂຮງໝໍຄະນະພັກການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນ ຈີນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຮ໊ຽວ.

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນປະສົບການກ່ຽວກັບການຈັດຕັ້ງກໍາລັງເຂົ້າຮ່ວມການຮັບມືກັບພະຍາດໂຄວິດ-19 ຂອງກອງທັບແຕ່ລະປະເທດ; ແຈ້ງໃຫ້ຊາບກ່ຽວກັບວິວັດການພັດທະນາ, ຜະລິດຊຸດ kit ວິເຄາະຫາເຊື້ອໂຄວິດ-19 ແລະຄົ້ນຄວ້າວັກຊິນສະກັດກັ້ນພະຍາດໂຄວິດ-19; ປຶກສາຫາລືບາງເນື້ອໃນຮ່ວມມືໃນອະນາຄົດ. ທ່ານພັນເອກພິເສດ ຫງວຽນເວິນຢາງ ເນັ້ນໜັກວ່າ, ໂດຍຊາບຊຶມ ແລະປະຕິບັດຕາມຄໍາຊີ້ນໍາຂອງຂັ້ນເທິງ, ບັນດາອົງການ, ກົມກອງ, ໂດຍສະເພາະແມ່ນກໍາລັງເສນາຮັກຫວຽດນາມ ໄດ້ຕັ້ງໜ້າສຸມທຸກກໍາລັງເຂົ້າໃນການຕ້ານພະຍາດໂຄວິດ, ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽດຂາດ ແລະມີປະສິດທິຜົນໃນການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຄົບຊຸດ, ຮອບດ້ານ. ສ່ວນທ່ານພັນເອກພິເສດ Lirui ຕີລາສູງ ຫວຽດນາມ ທີ່ໄດ້ ແລະກໍາລັງບັນລຸໝາກຜົນໃນການຄວບຄຸມພະຍາດໂຄວິດ-19, ພ້ອມທັງກ່າວສະແດງຄວາມຂອບໃຈຕໍ່ການໜູນຊ່ວຍອັນລໍ້າຄ່າ, ທັນການຂອງກອງທັບປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ແກ່ຝ່າຍຈີນ ນັບຕັ້ງແຕ່ຊຸມວັນທໍາອິດທີ່ຕ້ານພະຍາດໂຄວິດ-19.

ໂດຍ: ໄຊຊະນະ