ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງທ່ານພົນຈັດຕະວາ ຫງວຽນຊວນກຽນ ຫົວໜ້າກົມເສນາຮັກ, ຕາງໜ້າອົງການປະຈໍາຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ ລາຍງານໂດຍສັງເຂບກ່ຽວກັບສະພາບການພະຍາດໂຄວິດ-19 ໃນໂລກ, ພາຍໃນປະເທດ ແລະພາຍໃນກອງທັບ. ຜ່ານການລາຍງານໃຫ້ເຫັນວ່າ, ໂລກພະຍາດໃນໄລຍະປັດຈຸບັນກໍາລັງຜັນແປຢ່າງສັບສົນຍ້ອນຈໍານວນຜູ້ຕິດເຊື້ອພະຍາດດັ່ງກ່າວແມ່ນມາຈາກຫຼາຍແຫຼ່ງທີ່ແຕກຕ່າງກັນ; ການຄຸ້ມຄອງເມື່ອເຂົ້າເມືອງຍັງບໍ່ທັນແໜ້ນແຟ້ນເທື່ອ, ເຮັດໃຫ້ການຄວບຄຸມວິວັດການສໍາຜັດ ແລະແຜ່ລະບາດປະສົບກັບຄວາມຫຍຸ້ງຍາກ...

leftcenterrightdel
ທ່ານພົນໂທ ເຈິ່ນເດີນ ກ່າວຄໍາເຫັນສະຫຼຸບກອງປະຊຸມ. ພາບ: ວັນຈ໊ຽນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ ເນັ້ນໜັກວ່າ: ປັດຈຸບັນ, ທົ່ວປະເທດ ໄດ້ກ້າວເຂົ້າສູ່ໄລຍະ 3 ຂອງວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມທັງຊີ້ນໍາບາງມາດຕະການຮີບດ່ວນໃນປັດຈຸບັນ, ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຈັດຕັ້ງການປະຕິບັດຢ່າງເຂັ້ມງວດ. ບັນດາກົມກອງປະຕິບັດການປິດຄ້າຍສໍາລັບຊັ້ນນາຍສິບ ແລະນັກຮົບ; ຈໍາກັດການອອກນອກຄ້າຍສໍາລັບນາຍທະຫານ; ຈໍາກັດການໄປມາບ່ອນທີ່ມີຄົນຫຼາຍ; ໂຄສະນາ, ຕັກເຕືອນນາຍ ແລະພົນທະຫານຕ້ອງໃຊ້ຜ້າອັດປາກ-ດັງເມື່ອອອກນອກຢ່າງເປັນປະຈໍາ; ລ້າງມືດ້ວຍສະບູ, ເຮັດອະນາໄມ, ຂ້າເຊື້ອເປັນປະຈໍາ,  ຫ້າມຈັດກອງປະຊຸມທ່ີມີຜູ້ເຂົ້າຮ່ວມຈໍານວນກວ່າ 20 ຄົນຂຶ້ນໄປ. 

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຈ໊ຽນ.

ບັນດາກົມກອງຈັດຕັ້ງການແຈ້ງອາການສຸຂະພາບແບບບັງຄັບໃຫ້ແກ່ບັນດາກໍລະນີອອກນອກຄ້າຍກັບຄືນມາ. ບັນດາໂຮງໝໍເພີ່ມທະວີການຄວບຄຸມການຕິດເຊື້ອ; ກະກຽມເຂດປິ່ນປົວ, ກຽມຄວາມພ້ອມຮັບ ແລະປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19; ກະກຽມເປີດກວ້າງເຂດແຍກປ່ຽວຢູ່ບັນດາແຂວງຊາຍແດນທາງພາກຕາເວັນຕົກ ແລະຕາເວັນຕົກສ່ຽງໃຕ້ເພື່ອການຮັບ, ແຍກປ່ຽວພົນລະເມືອງທີ່ກັບມາຈາກກໍາປູເຈຍ ແລະລາວ ໃຫ້ເປັນຢ່າງດີ. ບັນດາອົງການ, ກົມກອງໄດ້ຮັບໜ້າທີ່ຍູ້ໄວຄວາມຄືບໜ້າໃນການຕິດຕັ້ງ, ຜະລິດລົດວິເຄາະເຄື່ອນທີ່, ຜະລິດຊຸດ kit, ຊື້ test ໄວເພື່ອຮັບໃຊ້ການວິເຄາະກັ່ນກອງ, ຕິດຕາມເຝົ້າລະວັງ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19...

ໂດຍ: ໄຊຊະນະ