ເປັນເຈົ້າການໃນການປ້ອງກັນພະຍາດຢູ່ເຂດຊາຍແດນ

ເສັ້ນຊາຍແດນທາງບົກລະຫວ່າງຫວຽດນາມ-ກໍາປູເຈຍ ມີລວງຍາວທັງໝົດ 1.200 ກວ່າກິໂລແມັດ ດ້ວຍ 10 ດ່ານຊາຍແດນສາກົນ, 11 ດ່ານປະເພນີ, 29 ດ່ານທ້ອງຖິ່ນ ແລະ 16 ທາງນ້ອຍ, ທາງຮ່ອມ. ຕໍ່ໜ້າສະພາບການພະຍາດໂຄວິດ-19, ໃນໄລຍະຜ່ານມາ, ທະຫານຊາຍແດນບັນດາແຂວງຊາຍແດນທາງພາກໃຕ້ຫວຽດນາມ ໄດ້ເພີ່ມທະວີການລາດຕະເວນ, ຄວບຄຸມ ຊາຍແດນ, ດ່ານຊາຍແດນ, ທາງນ້ອຍ, ທາງຮ່ອມຢ່າງແໜ້ນແຟ້ນ, ສະກັດກັ້ນບັນດາການເຄື່ອນໄຫວເຂົ້າ-ອອກເມືອງຜິດກົດໝາຍໃຫ້ເຖິງຖອງ...

ຕາມພັນເອກພິເສດ ໂຮ່ຕູ໊ດ່ຽນ, ຫົວໜ້າການທະຫານກອງບັນຊາການທະຫານທະຫານຊາຍແດນແຂວງກຽນຢາງ ແລ້ວ: ນັບແຕ່ຕົ້ນເດືອນກຸມພາ 2020, ນອກຈາກປ້ອມ, ໜ່ວຍງານສະເພາະກິດແລ້ວ, ທາງກົົມກອງຍັງໄດ້ຜັນຂະຫຍາຍໜ່ວຍເຄື່ອນທີ່ 4 ໜ່ວຍ ແລະ ໜ່ວຍສະກັດກັ້ນ, ຕ້ານພະຍາດໂຄວິດ-19 ຈຳນວນ 10 ໜ່ວຍຕື່ມອີກ. ກົມກອງຍັງເພີ່ມທະວີໜ່ວຍແພດຈໍານວນ 2 ໜ່ວຍໃຫ້ແກ່ຄ້າຍທະຫານດ່ານຊາຍແດນສາກົນຮ່າຕຽນ ແລະຄ້າຍທະຫານດ່ານຊາຍແດນ ຢາງແທັ່ງ, ເພື່ອເປັນເສນາທິການໃຫ້ແກ່ທ້ອງຖິ່ນຈັດຕັ້ງ 2 ເຂດແຍກປ່ຽວຢູ່ເມືອງຊາຍແດນຢາງແທັ່ງ ດ້ວຍ 450 ຕຽງ. ນອກຈາກນີ້, ທະຫານຊາຍແດນແຂວງ ຍັງໄດ້ສົມທົບກັນຍູ້ແຮງວຽກງານໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນຢູ່ຕາມເກາະຕ່າງໆໃນຂົງເຂດດັ່ງກ່າວ.

leftcenterrightdel
ທະຫານຊາຍແດນແຂວງ ລອງອານ ກັກຜ້າອັດປາກ-ດັງທີ່ຂົນສົ່ງຂ້າມຊາຍແດນຜິດກົດໝາຍ. ພາບ: ຮົ່ງຢາງ.

ພ້ອມກັນນັ້ນ, ບັນດາກົມກອງທະຫານຊາຍແດນ ກໍ່ໄດ້ສົມທົບກັບບັນດາກໍາລັງຂອງທ້ອງຖິ່ນເພີ່ມທະວີວຽກງານໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນ, ປະຕິບັດຕາມທິດນໍາ “4 ກັບທີ່” ໃນການປ້ອງກັນ, ຕ້ານພະຍາດ; ເກັບກຳຕົວເລກສະຖິຕິ, ອັບເດດຈໍານວນຜູ້ຖືສັນຊາດຢູ່ບັນດາເຂດເກີດພະຍາດຢ່າງເປັນປະຈໍາ ຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອີຕາລີ, ອີຣານ... ທີ່ກໍາລັງເຮັດວຽກ, ເຄື່ອນໄຫວຢູ່ເຂດຊາຍແດນ ແລະບັນດາກໍລະນີເຂົ້າ-ອອກເມືອງເພື່ອຄຸ້ມ ຄອງຢ່າງແໜ້ນແຟ້ນ, ແຍກປ່ຽວຕາມຂໍ້ກໍານົດ. ທະຫານຊາຍແດນບັນດາແຂວງໄດ້ຍູ້ແຮງບັນດາມາດຕະການຢູ່ໃນອົງການ, ກົມກອງ, ປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ, ຕໍ່ສູ້ຕ້ານ ແລະສະກັດກັ້ນການຄ້າເຖື່ອນ, ສໍ້ໂກງການຄ້າຂ້າມແຊຍແດນ, ເຂົ້າ-ອອກເມືອງຜິດກົດໝາຍ.

ຜັນຂະຫຍາຍບັນດາມາດຕະການຢ່າງເດັດຂາດ ແລະຄົບຊຸດ

ມາຮອດປັດຈຸບັນ, ບັນດາກົມກອງຂອງທະຫານຊາຍແດນຢູ່ເຂດຊາຍແດນຫວຽດນາມ-ກໍາປູເຈຍ ໄດ້ເປັນເສນາທິການໃຫ້ແກ່ບັນດາທ້ອງຖິ່ນຜັນຂະຫຍາຍ 25 ເຂດແຍກປ່ຽວ, ສາມາດຮອງຮັບເອົາຄົນມາແຍກປ່ຽວໄດ້ 10.000 ຄົນ. ກອງບັນຊາການທະຫານຊາຍແດນບັນດາແຂວງ ກໍສົມທົບກັນຜັນຂະຫຍາຍ 208 ໜ່ວຍຄວບຄຸມພະຍາດໂດຍມີຜູ້ເຂົ້າຮ່ວມເກືອບ 1.100 ເທື່ອຄົນ. ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ທະຫານຊາຍແດນບັນດາແຂວງກໍາລັງຜັນຂະຫຍາຍບັນດາ ມາດຕະການ, ເພີ່ມທະວີການໂຄສະນາເຜີຍແຜ່, ແຈກຢາຍຜ້າອັດປາກ-ດັງໂດຍບໍ່ເສຍຄ່າ, ແຈກໃບປິວ, ວັດແທກອຸນຫະພຸມຮ່າງກາຍໃຫ້ແກ່ຜູ້ເຂົ້າ-ອອກເມືອງຜ່ານດ່ານຊາຍແດນ, ປະຕິບັດການແຈ້ງອາການສຸຂະພາບຕາມຂໍ້ກໍານົດຢ່າງຄົບຊຸດ... ຢູ່ດ່ານຊາຍແດນ, ພະນັກງານຮັບຜິດຊອບການຄວບຄຸມພະຍາດສາກົນ ກໍເພີ່ມທະວີການເຝົ້າລະວັງ, ຕິດຕາມກວດກາ, ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການພະຍາດໂຄວິດ-19 ກັບປະເທດເພື່ອນມິດເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານສຸຂະພາບຂອງປະຊາຊົນຢູ່ເຂດຊາຍແດນ.

ທີ່ກອງປະຊຸມ “ເພີ່ມທະວີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຄວບຄຸມດ່ານຊາຍແດນ ແລະຜັນຂະຫຍາຍການປ້ອງກັນ, ຕ້ານພະຍາດໂຄວິດ -19 ຢູ່ເຂດຊາຍແດນຫວຽດນາມ-ກໍາປູເຈຍ” ຜ່ານມາ, ທ່ານພົນຕີ ຮວ່າງຊວັນຈ໊ຽນ ຜູ້ບັນຊາການທະຫານຊາຍແດນ ໄດ້ຮຽກຮ້ອງໃຫ້ກໍາລັງທະຫານຊາຍແດນບັນດາແຂວງທີ່ມີຊາຍແດນຕິດກັບກໍາປູເຈຍ ຕ້ອງສືບຕໍ່ຍົກສູງ ຄວາມຮັບຮູ້, ເສີມຂະຫຍາຍຄວາມຮັບຜິດຊອບໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຄວບຄຸມດ່ານຊາຍແດນ ແລະປ້ອງກັນ, ຕ້ານພະຍາດແຜ່ລະບາດຂ້າມຊາຍແດນ ດ້ວຍຈິດໃຈປ້ອງກັນເປັນຫຼັກ, ສະກັດກັ້ນພະຍາດບໍ່ໃຫ້ແຊກຊຶມເຂົ້າເມືອງຫວຽດນາມ. ທະຫານຊາຍແດນໄດ້ສ້າງຕັ້ງຄະນະຊີ້ນໍາສັງກັດກອງບັນຊາການທະຫານຊາຍແດນແຂວງ, ບັນດາໜ່ວຍຕ້ານພະຍາດຢູ່ຕາມຄ້າຍທະຫານ, ລະດົມບັນດາແຫຼ່ງກໍາລັງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານອຸປະກອນການແພດ, ເຄື່ອນໄຫວຄວບຄຸມພະຍາດຢູ່ຕາມດ່ານຊາຍແດນ, ເຂດຊາຍແດນ. ທ່ານພົນຕີ ຮວ່າງຊວັນຈ໊ຽນ ເນັ້ນໜັກວ່າ: “ທະຫານຊາຍແດນບັນດາແຂວງ ມີຄວາມຮັບຜິດຊອບເປັນເຈົ້າການກໍາແໜ້ນສະພາບການຢູ່ນອກປະເທດ, ຢູ່ເຂດຊາຍແດນ, ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງທີ່ກ່ຽວຂ້ອງຂອງບັນດາປະເທດບ້ານໃກ້ເຮືອນຄຽງ, ກໍາລັງຂອງທ້ອງຖິ່ນ, ເພີ່ມທະວີການຄວບຄຸມເຂດຊາຍແດນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນທາງນ້ອຍ, ທາງຮ່ອມ. ພິເສດ, ພະນັກງານ, ນັກຮົບທະຫານຊາຍແດນແຕ່ລະຄົນ ຕ້ອງເປັນທັງນັກໂຄສະນາ, ເປັນທັງນັກຮົບເສນາຮັກໃນແນວຮົບຕ້ານພະຍາດໂຄວິດ-19”.

ໂດຍ: ໄຊຊະນະ