ຕາງໜ້າການນໍາກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນຈັດຕະວາ ຫງວຽນຊວນກຽນ ຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການ) ໄດ້ມອບຈໍານວນອຸປະກອນການແພດດັ່ງກ່າວໃຫ້ທ່ານ Bublikov Vadim Vladimirovich ທີ່ປຶກສາອັກຄະລັດຖະທູດປະເທດສະຫະພັນລັດເຊຍ ປະຈຳ ຫວຽດນາມ.

leftcenterrightdel
ຜູ້ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ ມອບອຸປະກອນການແພດໃຫ້ສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ. ພາບ: ເຟືອງລິງ.

ກ່າວຄໍາເຫັນທີ່ພິທີມອບ-ຮັບ, ທ່ານພົນຈັດຕະວາ ຫງວຽນຊວນກຽນ ຕີລາຄາສູງການໜູນຊ່ວຍຂອງສະຫະພັນລັດເຊຍ ຕໍ່ກັບຫວຽດນາມ ໃນຊຸມປີຜ່ານມາ, ສະແດງອອກໃຫ້ເຫັນການຮ່ວມມືຮອບດ້ານ, ເລິກເຊິ່ງລະຫວ່າງສອງປະເທດ, ສອງຊາດ. ທ່ານພົນຈັດຕະວາ ຫງວຽນຊວນກຽນ ສະແດງຄວາມປາຖະໜາວ່າ ຈໍານວນອຸປະກອນການແພດທີ່ກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ລັດເຊຍ ໃນຄັ້ງນີ້ຈະໜູນຊ່ວຍຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານຂອງສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ແລະຮັບໃຊ້ວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid-19, ປະກອບສ່ວນຊຸກຍູ້ນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດເວົ້າລວມ, ກອງທັບສອງປະເທດເວົ້າສະເພາະ.

ທ່ານ Bublikov Vadim Vladimirovich ຂອບໃຈຂອງຂວັນອັນລໍ້າຄ່າທີ່ກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້. ທ່ານ Bublikov Vadim Vladimirovich ໃຫ້ຮູ້ວ່າ ໃນສະພາບການເຊື້ອພະຍາດ Covid-19 ພວມຜັນແປຢ່າງສັບສົນ, ຫຼາຍປະເທດ, ໃນນັ້ນມີສະຫະພັນລັດເຊຍ ແລະຫວຽດນາມ ກໍ່ໄດ້ຈໍາກັດບັນດາຖ້ຽວບິນ. ສະນັ້ນ, ຈໍານວນອຸປະກອນການແພດທີ່ກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ແມ່ນມີຄວາມໝາຍອັນໃຫຍ່ຫຼວງ, ປະກອບສ່ວນໜູນຊ່ວຍສະຖານທູດສະຫະພັນລັດເຊຍ ໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid-19.

ໂດຍ: ຈາງຫງວຽນ