ຕາມນັ້ນແລ້ວ, ຄະນະປະຈໍາຄະນະພັກການທະຫານສູນກາງ ໄດ້ຮຽກຮ້ອງໃຫ້ບັນດາອົງການ, ກົມກອງໃນທົ່ວກອງທັບສືບຕໍ່ຊາບຊຶມຄໍາຊີ້ນໍາຂອງກົມການເມືອງ, ຄະນະເລຂາທິການ, ລັດຖະບານ, ນາຍົກລັດຖະມົນຕີ, ຄະນະປະຈໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢ່າງເຂັ້ມງວດ; ກໍານົດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງຈຸດສຸມໃນໄລຍະນີ້; ແມ່ນໜ້າທີ່ສູ້ຮົບຂອງກອງທັບໃນສະໄໝສັນຕິພາບ. 

leftcenterrightdel
ທ່ານພົນເອກ ໂງຊວັນລິກ ເປັນປະທານກອງປະຊຸມ. ພາບ: ດ່າວຮົ່ງ.

ບົນພື້ນຖານນັ້ນ, ຕ້ອງສຸມໃສ່ນໍາພາ, ຊີ້ນໍາຢ່າງແໜ້ນແຟ້ນ, ຮັບປະກັນສູງສຸດດ້ານກໍາລັງ, ພາຫະນະ, ພື້ນຖານວັດຖຸ, ປະຕິບັດສໍາເລັດໜ້າທີ່ການປ້ອງກັນ, ຕ້ານພະຍາດໂຄວິດ-19 ເຊິ່ງລັດຖະບານ, ນາຍົກລັດຖະມົນຕີ ມອບໝາຍໃຫ້ກອງທັບ; ຢັ້ງຢືນວ່າບໍ່ວ່າຈະຢູ່ໃນກໍລະນີໃດກໍ່ຕາມ, ກອງທັບກໍຕ້ອງກຽມພ້ອມນໍາໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ບັນດາກົມກອງໄດ້ຮັບການມອບໝາຍໜ້າທີ່ຮອງຮັບຄົນເຈັບ, ຈັດການແຍກປ່ຽວ, ຕິດຕາມເຝົ້າລະວັງສຸຂະພາບໃຫ້ແກ່ພົນລະເມືອງ ແລະຊາວຕ່າງປະເທດເຂົ້າເມືອງຫວຽດນາມ ຕ້ອງຊາບຊຶມ ແລະປະຕິບັດຕາມຂໍ້ກໍານົດຂອງລັດ ແລະກະຊວງປ້ອງກັນປະເທດ; ສືບຕໍ່ເສີມຂະຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມ ແລະທາດແທ້ຄຸນສົມບັດອັນດີງາມຂອງທະຫານລຸງໂຮ່.

ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ, ກົມໃຫຍ່ພາລະທິການ ແລະບັນດາອົງການທີ່ກ່ຽວຂ້ອງຕາມພາລະບົດບາດໜ້າທີ່ທີ່ໄດ້ຮັບການມອບໝາຍຕ້ອງມີຄວາມຮັບຜິດຊອບຊີ້ນໍາ, ແນະນໍາ, ກວດກາ, ກະຕຸກຊຸກຍູ້ບັນດາອົງການ, ກົມກອງໃນທົ່ວກອງທັບໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ຄະນະຊີ້ນໍາການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດ; ຄະນະພັກ, ຄະນະບັນຊາບັນດາອົງການ, ກົມກອງໃນທົ່ວກອງທັບຕ້ອງຮັບຜິດຊອບຕໍ່ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19...

ໂດຍ: ໄຊຊະນະ