ທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫງວຽນຊວນກຽນ, ຫົວໜ້າກົມເສນາຮັກ, ກົມໃຫຍ່ພະລາທິການ ໄດ້ລາຍງານກ່ຽວກັບສະພາບການຂອງເຊື້ອພະຍາດ Covid-19 ໃນໂລກ ແລະຢູ່ຫວຽດນາມ. ຕາມນັ້ນແລ້ວ, ຮອດວັນທີ 17 ມີນາ, ຢູ່ໃນໂລກມີ 158 ປະເທດ ແລະເຂດແຄ້ວນມີຜູ້ຕິດເຊື້ອພະຍາດກວ່າ 173.000 ຄົນ, ເພີ່ມຂຶ້ນກວ່າ 10.500 ຄົນ, ໃນນັ້ນຜູ້ເສຍຊີວິດ 6.665 ຄົນ. ຢູ່ຫວຽດນາມ ມີຜູ້ຕິດເຊື້ອພະຍາດ Covid-19 ແມ່ນ 61 ຄົນ, ໃນນັ້ນມີ 16 ຄົນໄດ້ປົວຫາຍດີ. ສະເພາະໃນກອງທັບຍັງບໍ່ທັນມີກໍລະນີໃດຕິດເຊື້ອພະຍາດ Covid-19, ແຕ່ພົນທະຫານມີການພົບປະກັບຜູ້ຕິດ ຫຼື ສົງໄສຕິດເຊື້ອພະຍາດ Covid-19 ທຸກຄົນລ້ວນແຕ່ໄດ້ຮັບການແຍກປ່ຽວຢ່າງເຂັ້ມງວດ.

leftcenterrightdel
ທ່ານພົນໂທ ເຈິ່ນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ. ພາບ: ຕ໊ຽນດາດ.

ນອກຈາກນັ້ນ, ກອງທັບໄດ້ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມກັບທ່ົວປະເທດໃນວຽກງານປ້ອງກັນ ແລະຕ້ານເຊື້ອພະຍາດ ໃນໄລຍະທີ 2, ຄື: ສືບຕໍ່ຄວບຄຸມຜູ້ເຂົ້າ-ອອກເມືອງຜ່ານດ່ານຊາຍແດນຢ່າງແໜ້ນແຟ້ນ; ແຍກປ່ຽວບັນດາຜູ້ທີ່ມາຈາກ ຫຼືໄປຜ່ານບັນດາເຂດທີ່ເກີດໂລກພະຍາດ, ມີການພົບປະກັບຜູ້ຕິດ ຫຼື ສົງໄສຕິດເຊື້ອພະຍາດ Covid-19. ປັບປຸງ, ປະກອບໃຫ້ບັນດາໂຮງໝໍ, ໜ່ວຍປ້ອງກັນ ແລະຕ້ານເຊື້ອພະຍາດຢ່າງຄົບຖ້ວນ. ເຂົ້າຮ່ວມຄົ້ນຄວ້າ, ອັບເດັດກ່ຽວກັບສະພາບການໂລກພະຍາດ, ສ້າງແຜນການປິ່ນປົວຢ່າງມີປະສິດທິຜົນ...

ທ່ານພົນໂທ ເຈິ່ນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຈິດໃຈຮັບຜິດຊອບຂອງພະນັກງານ, ນັກຮົບບັນດາອົງການ, ກົມກອງໃນວຽກງານປ້ອງກັນ ແລະຕ້ານເຊື້ອພະຍາດ Covid-19. ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງເຊື້ອພະຍາດ Covid-19 ໃນໂລກ ແລະຫວຽດນາມ ໄດ້ມີຜູ້ຕິດເຊື້ອພະຍາດໃໝ່ຫຼາຍຄົນ, ຊ້ອນແຝງໄພອັນຕະລາຍແຜ່ລະບາດຢ່າງກວ້າງຂວາງໃນວົງຄະນະຍາດ ແລະໃນກອງທັບ, ກະຊວງປ້ອງກັນປະເທດ ໄດ້ປະກາດໃຊ້ແຜນການປ້ອງກັນ, ຕ້ານ ແລະຮັບມືກັບເຊື້ອພະຍາດລະດັບຕ່າງໆໃນກອງທັບ ແລະແຜນການແຍກປ່ຽວຜູ້ເຂົ້າເມືອງຈາກບັນດາປະເທດທີ່ເກີດໂລກພະຍາດເຂົ້າມາຫວຽດນາມ ຢູ່ບັນດາກົມກອງໃນກອງທັບ. ເພື່ອປະຕິບັດແຜນການດັ່ງກ່າວຢ່າງມີປະສິດທິຜົນ, ທ່ານພົນໂທ ເຈິ່ນເດີນ ຮຽກຮ້ອງໃຫ້ຄະນະພັກ, ຜູ້ບັນຊາການ, ຄະນະຊີ້ນໍາປ້ອງກັນ ແລະຕ້ານເຊື້ອພະຍາດ Covid-19 ທຸກຂັ້ນຈົ່ງປະກາດໃຊ້ແຜນການ, ຜັນຂະຫຍາຍຢ່າງແໜ້ນແຟ້ນຢູ່ຂັ້ນຕົນເອງ, ປະຕິບັດສຳເລັດເປົ້າໝາຍທີ່ໄດ້ກໍານົດໄວ້ເປັນຢ່າງດີ.

ໂດຍ: ທູຈາງ