ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2020 ຈະດໍາເນີນຢູ່ຮ່າໂນ້ຍ ໃນທ້າຍເດືອນຕຸລາຈະມາເຖິງ, ເນື່ອງໃນໂອກາດກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+) ໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານຈັດຕັ້ງ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວິ້ງ ເປັນປະທານກອງປະຊຸມ. ພາບ: ຮວ່າງຫວູ.

ງານວາງສະແດງຈະແນະນໍາບັນດາຜະລິດຕະພັນອາວຸດ, ອຸປະກອນຂອງບັນດາກຸ່ມບໍລິສັດ, ບໍລິສັດອຸດສາຫະກໍາປ້ອງກັນຊາດໃຫຍ່ຢູ່ພາກພື້ນອາຊຽນ ແລະໃນໂລກ... ງານວາງສະແດງໄດ້ຈັດຕັ້ງແນໃສ່ຜັນຂະຫຍາຍ, ປະຕິບັດບັນດາແຜນນະໂຍບາຍທີ່ໄດ້ຍົກອອກໃນບັນດາມະຕິຂອງພັກ ແລະຄະນະພັກການທະຫານສູນກາງກ່ຽວກັບການເພີ່ມທະວີການພົວພັນສາກົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດໃນຂອບເຂດຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະເນື່ອງໃນໂອກາດຫວຽດນາມ ເປັນປະທານອາຊຽນ 2020. ນີ້ແມ່ນໂອກາດເພື່ອໂຄສະນາກ່ຽວກັບກໍາລັງຄວາມສາມາດເຕັກໂນໂລຢີ, ອາວຸດຍຸດທະພັນໂດຍຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ ຜະລິດ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ, ກອງທັບ ແລະເພື່ອນມິດສາກົນກ່ຽວກັບກໍາລັງບົ່ມຊ້ອນດ້ານອຸດສາຫະກໍາປ້ອງກັນຊາດຫວຽດນາມ, ປະກອບສ່ວນປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກ; ທັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເພີ່ມທະວີການຮ່ວມມືສາກົນກ່ຽວກັບອຸດສາຫະກໍາປ້ອງກັນຊາດ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ໊ວິ້ງ ຕີລາຄາສູງວຽກງານຈັດຕັ້ງຂອງບັນດາອົງການ, ກົມກອງທີ່ກ່ຽວຂ້ອງ; ພ້ອມທັງສະເໜີບັນດາອົງການ, ກົມກອງສົມທົບກັນຢ່າງຄົບຊຸດໃນການກະກຽມຈັດຕັ້ງງານວາງສະແດງ, ເອົາໃຈໃສ່ເປັນພິເສດເຖິງວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ສົມກຽດ, ຮອບຄອບຖີ່ຖ້ວນ, ສົມກັບບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດໃນປີຫວຽດນາມ ເປັນປະທານອາຊຽນ 2020, ຜ່ານນັ້ນສ້າງຄວາມໄວ້ເນື້ອເຊື່ອໃຈຂອງບັນດາຄູ່ຮ່ວມມືກັບຫວຽດນາມ ເມື່ອນໍາຜະລິດຕະພັນມາແນະນໍາ, ສ້າງປະຖົມປັດໄຈເພື່ອຈັດຕັ້ງງານວາງສະແດງປ້ອງກັນຊາດຕ່າງໆຢູ່ຫວຽດນາມ ໃນຊຸມປີຕໍ່ໜ້າ.

ໂດຍ: ເຈິ່ນຮວ່ຽນ