ນັ້ນແມ່ນເຫດຜົນທີ່ນະຄອນຮ່າໂນ້ຍ ໄດ້ສະເໜີຕໍ່ກອງບັນຊາການທະຫານນະຄອນຮ່າໂນ້ຍ ເຂົ້າຮ່ວມການກະກຽມຜັນຂະຫຍາຍບັນດາຮາກຖານສາທາລະນະສຸກເພື່ອແຍກຕົວຜູ້ທີ່ກັບມາຈາກບັນດາປະເທດທີ່ມີໂລກພະຍາດຄືແຜນງານທີ່ໄດ້ວາງອອກ. ສາມາດເວົ້າວ່າໄລຍະໃໝ່ໃນການປ້ອງກັນ, ສະກັດກັ້ນ Covid-19 ໄດ້ເລີ່ມຕົ້ນຂຶ້ນແລ້ວ. ພ້ອມກັບຂະແໜງສາທາລະນະສຸກ, ກອງທັບປະຊາຊົນຫວຽດນາມ ໄດ້ ແລະຈະຮັບຜິດຊອບບົດບາດປະຈັນບານຢູ່ແຖວໜ້າຂອງໜ້າທີ່ອັນຮີບດ່ວນຄັບຂັນນີ້.

leftcenterrightdel
ກອງບັນຊາການທະຫານນະຄອນຮ່າໂນ້ຍ ກະກຽມພື້ນຖານໂຄງລ່າງເພື່ອຕ້ອນຮັບປະຊາຊົນທີ່ກັບມາຈາກບ່ອນເກີດໂລກພະຍາດ Covid-19. ພາບ: qdnd.vn.

ຄວາມເປັນຈິງຕໍ່ການລະບາດຢ່າງໄວວາ ແລະຢູ່ໃນລະດັບສູງຂອງໂລກລະບາດ Covid-19 ຢູ່ Wuhan (ປະເທດຈີນ), ຜູ້ຕິດເຊື້ອ Covid-19 ຢູ່ບັນດາຮາກຖານສາທາລະນະສຸກແຍກຕົວນັ້ນຫຼາຍເກີນໄປ, ສະນັ້ນຈຶ່ງສ້າງຫຼາຍຄວາມຫຍຸ້ງຍາກ, ບໍ່ທ່ວງທັນໃຫ້ແກ່ແພດໝໍ. ຢູ່ປະເທດຫວຽດນາມ, ປະກົດການນີ້ແມ່ນຍ້ອນຈໍານວນປະຊາຊົນທີ່ກັບມາຈາກຈີນ ກໍ່ໄດ້ມີໜ້າຢູ່ແຂວງກາວບັ່ງ. ດ້ານອື່ນ, ປະຈຸບັນຫວຽດນາມ ມີຈໍານວນຊາວ ສ.ເກົາຫຼີ ແລະຊາວຍີ່ປຸ່ນ ທີ່ກໍາລັງອອກແຮງງານ ແລະດໍາລົງຊີວິດແມ່ນຂຶ້ນເຖິງຫຼາຍສິບໝື່ນຄົນ, ສ່ວນຫຼາຍແມ່ນເຕົ້າໂຮມຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະບັນດານະຄອນ, ເຂດທ່ອງທ່ຽວ.

ເປັນເຈົ້າການຮັບມືຢ່າງທຸ່ນທ່ຽງແມ່ນທ່າທີ ແລະການກະທໍາທີ່ຮີບດ່ວນຂອງລັດ, ກອງທັບ ແລະປະຊາຊົນຫວຽດນາມ ໃນໄລຍະຜ່ານມາ. ສິ່ງນີ້ຊ່ວຍໃຫ້ພວກເຮົາປ້ອງກັນ, ສະກັດກັ້ນ ແລະປິ່ນປົວໂລກພະຍາດອັນຕະລາຍນີ້ໄດ້ຢ່າງມີປະສິດທິຜົນ. ໃນນັ້ນ, ການມີໜ້າຢ່າງທັນການຂອງຖັນແຖວທີ່ມີວິຊາການສາທາລະນະສຸກ ແລະບັນດາກົມກອງກອງທັບສ້າງກໍາລັງທີ່ໄດ້ວຽກໄດ້ງານຢູ່ບັນດາເຂດດ່ານຊາຍແດນ, ບໍລິເວນທີ່ມີໂລກພະຍາດ. ຫຼາຍຄ້າຍທະຫານກາຍເປັນຮາກຖານເພື່ອແຍກຕົວ, ຮັບປະກັນເງື່ອນໄຂການກິນຢູ່, ດຳລົງຊີວິດຢ່າງຄົບຖ້ວນ, ສະດວກ, ຊ່ວຍຜູ້ທີ່ຖືກແຍກຕົວ ແລະຄອບຄົວຂອງເຂົາເຈົ້າມີຄວາມອຸ່ນອ່ຽນໃຈ.

ທຸກໆການເຄື່ອນໄຫວຂອງກອງທັບເຮົາໄດ້ປະຕິບັດສໍາເລັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກພະຍາດ Covid-19 ໃນໄລຍະຜ່ານມາໄດ້ຢັ້ງຢືນເຖິງທາດແທ້ຄຸນສົມບັດອັນຈົບງາມຂອງທະຫານລຸງໂຮ່ ໃນສະໄໝສັນຕິພາບ, ນັ້ນແມ່ນຍາມໃດກໍ່ກຽມພ້ອມເພື່ອຊາດ, ເພື່ອປະຊາຊົນ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ, ໜ້າທີ່ໃດກໍ່ສໍາເລັດ. ບັນດາການເຄື່ອນໄຫວບັນລຸໄດ້ປະສິດທິຜົນໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງກອງທັບປະຊາຊົນເຮົາໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດການຈັດຕັ້ງຢ່າງສູງໃນການປະຕິບັດບັນດາໜ້າທີ່ຮັບມືກັບປະເພດຄວາມໝັ້ນຄົງແບບໃໝ່ ແລະເປັນອັນຕະລາຍທີ່ສຸດ. ຜ່ານຄວາມເປັນຈິງທີ່ຫຍຸ້ງຍາກ, ເຂົາເຈົ້າໄດ້ມີບາດກ້າວຝຶກຫຼໍ່ຫຼອມ, ເຕີບໃຫຍ່ກ່ຽວກັບຄຸນນະທາດ, ບົດຮຽນ.

ຜ່ານການທົດສອບຂອງໜ້າທີ່ໃໝ່ກໍ່ໃຫ້ຮູ້ວ່າເມື່ອນໍາພາ, ບັນຊາພ້ອມກັບຖັນແຖວພະນັກງານ, ສະມາຊິກພັກໃນກອງທັບເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ຮູ້ຈັກກະກຽມ ແລະຜັນຂະຫຍາຍການປະຕິບັດໜ້າທີ່ຢ່າງມີແບບມີແຜນ, ເຂັ້ມງວດ ແລະຮອບຄອບນັ້ນບັນດາກົມກອງພ້ອມກັບນັກຮົບທຸກໆຄົນລ້ວນແຕ່ປະຕິບັດຢ່າງເຂັ້ມງວດ ແລະບັນລຸໄດ້ປະສິດທິຜົນສູງ. ມີຄວາມເຊື່ອໝັ້ນຕໍ່ຜູ້ບັນຊາການ, ຜູ້ນໍາໜ້າ, ນັກຮົບໜຸ່ມ ແລະຄອບຄົວ, ແນວຫຼັງຂອງເຂົາຈະອຸ່ນອ່ຽນໃຈ, ກຽມພ້ອມຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດສໍາເລັດທຸກໆໜ້າທີ່ໃຫ້ເປັນຢ່າງດີ.

ໂດຍ: ຈາງຫງວຽນ