ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ ປີ 2020, ຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ຍ້ອນເຫດນັ້ນ, ໜ້າທ່ີຂອງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດມີບົດບາດສຳຄັນ ແລະໜັກໜ່ວງທີ່ສຸດ. ທ່ານພົນເອກ ໂງຊວນລິກ ຊົມເຊີຍຜົນງານການເຄື່ອນໄຫວຂອງທົ່ວກຳລັງໃນໄລຍະຜ່ານມາ, ພິເສດແມ່ນໄດ້ສົບທົບກັບບັນດາອົງການກ່ຽວຂ້ອງເປັນເສນາທິການຢ່າງມີປະສິດທິຜົນ ໃຫ້ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ຈັດຕັ້ງກອງປະຊຸມ ADMM ວົງແຄບ ສໍາເລັດຜົນ, ເຫດການເປີດສາກໃນປີເປັນປະທານອາຊຽນຂອງຫວຽດນາມ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: ງອັກເຮີນ.

ທ່ານພົນເອກ ໂງຊວນລິກ ອວຍພອນທົ່ວກຳລັງຍາມໃດກໍ່ມີຄຸນທາດດ້ານການເມືອງຢ່າງໜັກແໜ້ນ, ຮັກສາຫຼັກການໃນການປະຕິບັດໜ້າທີ່, ຊາບຊຶມ ແລະສຳເລັດໜ້າທີປີ 2020 ເປັນຢ່າງດີ, ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຍົກສູງຖານະບົດບາດຂອງປະເທດໃນເວທີສາກົນ, ປະຕິບັດໜ້າທີ່ “ປົກປັກຮັກສາປະເທດຊາດແຕ່ໄກ” ເປັນຢ່າງດີ, ສ້າງສາ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃຫ້ໝັ້ນຄົງເຂັ້ມແຂງໃນທຸກກໍລະນີ.

ໂດຍ: ສົມເພັດ