leftcenterrightdel
ຖັນແຖວພະນັກງານຫຼັກແຫຼ່ງຂອງກອງບັນຊາການທະຫານແຂວງຮ່ວາບິ່ງ ຕ້ອນຮັບທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານ. ພາບ: qdnd.vn.

ພາຍຫຼັງຮັບຟັງການນຳແຂວງຮ່ວາບິ່ງ ລາຍງານ ແລະບັນດາຄຳເຫັນທີ່ການເຮັດວຽກ, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງແຂວງຮ່ວາບິ່ງ ໃນໄລຍະຜ່ານມາ. ອີງຕາມສະພາບຕົວຈິງ, ທ່ານພົນເອກ ໂງຊວນລິກ ສະເໜີກຳລັງປະກອບອາວຸດແຂວງຮ່ວາບິ່ງ ຕ້ອງຕັ້ງໜ້າ, ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ ຂະແໜງການຕ່າງໆປະຕິບັດພາລະໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆເພື່ອຊີ້ນຳນຳພາ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຕິດພັນກັບການປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນບັນດາບໍລິເວນສຳຄັນ, ປະສົບກັບຄວາມຫຍຸ້ງຍາກ; ພ້ອມທັງມີບັນດາມາດຕະການ, ແຜນການລະອຽດ, ກຽມພ້ອມລະດົມກຳລັງ, ພາຫະນະກູ້ຊີບ, ກູ້ໄພ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ພ້ອມກັບການນຳແຂວງຮ່ວາບິ່ງ ກວດກາວຽກງານວາງແຜນຜັງສຳນັກບັນຊາກອງບັນຊາການທະຫານແຂວງຮ່ວາບິ່ງ. ພາບ: qdnd.vn.

ສຳລັບບັນດາຂໍ້ສະເໜີຂອງແຂວງ, ທ່ານພົນເອກ ໂງຊວນລິກ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງທ້ອງຖິ່ນ, ພ້ອມທັງຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ຍາມໃດກໍ່ສະ ໜັບສະໜູນທ້ອງຖິ່ນໃນການຜັນຂະຫຍາຍການກໍ່ສ້າງບັນດາລະບອບນະໂຍບາຍບຸລິມະສິດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເສດຖະກິດປະສົບກັບຄວາມ ຫຍຸ້ງຍາກ. ທ່ານພົນເອກ ໂງຊວນລິກ ກໍ່ສະເໜີວ່າ ພ້ອມກັບການວາງແຜນຜັງບັນດາຕົວເມືອງ, ເຂດອາຄານຫຼາຍຊັ້ນ, ເຂດອຸດສາຫະກຳ, ເຂດເສດຖະກິດດ້ວຍບັນດາຂໍ້ມູນລະອຽດ, ສົ່ງເອກະສານຂໍຄຳເຫັນດີຈາກກົມໃຫຍ່ເສນາທິການ... ໃນວຽກງານລົງທຶນກໍ່ສ້າງບັນດາກິດຈະການປ້ອງກັນຊາດກໍ່ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ໃຫ້ຖືກຕາມຂໍ້ກຳນົດຂອງລັດຖະບານກ່ຽວກັບການກໍ່ສ້າງເຂດປ້ອງກັນບໍລິເວນ. 

ໂດຍ: ສົມເພັດ