ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພ້ອມກັນແລກປ່ຽນກ່ຽວກັບສະພາບການຂອງໂລກ, ພາກພື້ນ, ການຮ່ວມມືພາຍໃນພາກພື້ນ, ແຈ້ງໃຫ້ຊາບບາງເນື້ອໃນຈະຊຸກຍູ້ ແລະກິດຈະກໍາທີ່ໄດ້ຮັບການຈັດຕັ້ງໃນປີ 2020; ເຫັນດີເປັນເອກະພາບກ່ຽວກັບບາງເນື້ອໃນ, ໂດຍສະເພາະແມ່ນຖະແຫຼງການຮ່ວມ 2 ສະບັບຂອງກອງປະຊຸມ ADMM ແລະ ADMM+ ໃນທ້າຍປີນີ້...

ທ່ານພົນເອກ ໂງຊວນລິກ, ຫົວໜ້າຄະນະຜູ້ແທນຫວຽດນາມ ຖືວ່າ, ກອງປະຊຸມ ADMM ນັບມື້ນັບໄດ້ຮັບການຢັ້ງຢືນເປັນກົນໄກຮ່ວມມື, ເຈລະຈາ ແລະແລກປ່ຽນຢ່າງມີປະສິດທິຜົນຂອງຂັ້ນລັດຖະມົນຕີປ້ອງກັນປະເທດ ກ່ຽວກັບບັນດາບັນຫາຍຸດທະສາດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພ້ອມທັງສ້າງພື້ນຖານຊຸກຍູ້ ແລະສ້າງບັນດາຂໍ້ລິເລີ່ມຮ່ວມມືຢ່າງແທດຈິງໃນຫຼາຍຂົງເຂດ, ໂດຍສະເພາະແມ່ນບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ, ຄື: ເສນາຮັກ, ການໜູນຊ່ວຍມະນຸດສະທໍາ, ການກູ້ຊ່ວຍໄພພິບັດ..., ຜ່ານນັ້ນ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງບັນດາປະເທດ. ນີ້ກໍ່ແມ່ນພື້ນຖານເພື່ອສ້າງກົນໄກເຈລະຈາ, ການຮ່ວມມືດ້ານປ້ອງກັນຊາດໃໝ່ລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມືແມ່ນ ADMM+ ແລະ ADMM ສວມບົດບາດໃຈກາງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ ADMM ວົງແຄບ. ພາບ: ຈ້ອງຫາຍ.

ຕາມທ່ານພົນເອກ ໂງຊວນລິກ ແລ້ວ, ອາຊຽນ ຍັງສືບຕໍ່ປະເຊີນໜ້າກັບບັນດາສິ່ງທ້າທາຍ, ໃນນັ້ນມີການແກ່ງແຍ້ງກັນຂອງບັນດາປະເທດໃຫຍ່ໃນພາກພື້ນ, ສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ທະເລ, ລວມມີບັນຫາທະເລຕາເວັນອອກ, ພົ້ນເດັ່ນແມ່ນບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງບໍ່ແມ່ນການທະຫານ, ໂລກພະບາດ... ພິເສດ, ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂຄໂຣນາ (Covid-19) ໄດ້ເປັນສິ່ງທະທາຍລວມໃຫ້ທົ່ວພາກພື້ນ ແລະທົ່ວໂລກ. ສິ້ນສຸດກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ຮ່ວມມືປ້ອງກັນ ແລະຕ້ານໂລກລະບາດ.

ໂດຍ: ທູຈາງ