ທ່ານພົນເອກ ໂງຊວນລິກ ແລະທ່ານພົນເອກ Tea Banh ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ສອງກອງທັບ. ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ກໍາປູເຈຍ ສືບຕໍ່ນໍາມາເຊິ່ງປະສິດທິຜົນຢ່າງແທດຈິງ ແລະແມ່ນໜຶ່ງໃນບັນດາເສົາຄໍ້າໃນການພົວພັນລະຫວ່າງສອງປະເທດ. ສອງຝ່າຍແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາປະສິດທິຜົນບັນດາກົນໄກຮ່ວມມືເປັນປະຈໍາ, ໃນນັ້ນມີການເຈລະຈານະໂຍບາຍດ້ານປ້ອງກັນຊາດ; ສົມທົບກັນໃນການກໍ່ສ້າງຊັບພະຍາກອນມະນຸດ, ຄຸ້ມຄອງ ແລະປົກປັກຮັກສາເສັ້ນທາງຊາຍແດນເປັນຢ່າງດີ…

leftcenterrightdel
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ Tea Banh ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: qdnd.vn.

ທ່ານພົນເອກ Tea Banh ຕີລາຄາສູງວຽກງານກະກຽມຂອງຫວຽດນາມ ໃຫ້ບັນດາການເຄື່ອນໄຫວຂອງກອງປະຊຸມ ADMM ວົງແຄບກໍ່ຄືບັນດາການເຄື່ອນໄຫວ, ກອງປະຊຸມປ້ອງກັນຊາດ, ການທະຫານອາຊຽນ 2020 ໂດຍກະຊວງປ້ອງກັນປະເທດຫວຽດນາມ ເປັນປະທານ. ທ່ານພົນເອກ Tea Banh ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເປັນປະທານຂອງຫວຽດນາມ, ບັນດາກົນໄກຮ່ວມມື, ຄື: ADMM ແລະ ADMM+ ຈະສືບຕໍ່ເສີມຂະຫຍາຍມີປະສິດທິຜົນ, ຮັກສາບົດບາດສໍາຄັນໃນໂຄງປະກອບການປ້ອງກັນຄວາມສະຫງົບໃນພາກພື້ນ.

ລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານກໍ່ເຫັນດີເປັນເອກະພາບຈະສືບຕໍ່ຊີ້ນໍາ, ນໍາພາບັນດາອົງການ, ກົມກອງຂອງສອງກະຊວງປ້ອງກັນປະເທດຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ຍູ້ແຮງການໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນສອງປະເທດ, ພິເສດແມ່ນຮຸ່ນໜຸ່ມ, ຍົກສູງຄວາມຮັບຮູ້ກ່ຽວກັບສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ.

ໂດຍ: ຈາງຫງວຽນ