ເຂົ້າຮ່ວມພິທີ, ຝ່າຍຫວຽດນາມ ມີທ່ານພົນຕີ ຫງວຽນວັນເຫງຍ, ຮອງຫົວໜ້າກົມໃຫຍ່ເສນາທິການ; ທ່ານພົນຈັດຕະວາ ຖ໊າຍວັນມິງ, ຫົວໜ້າກົມອົບຮົມ. ສ່ວນຝ່າຍອົດສະຕາລີ ມີທ່ານນາງ Linda Reynolds, ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ, ທ່ານນາງ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປິດ. ພາບ: ວັນຮ໊ຽວ.
leftcenterrightdel
ທ່ານພົນຕີ ຫງວຽນວັນເຫງຍ ກ່າວຄໍາເຫັນປິດພິທີ. ພາບ: ວັນຮ໊ຽວ.

ກ່າວຄໍາເຫັນປິດພິທີ, ທ່ານພົນຕີ ຫງວຽນວັນເຫງຍ ເນັ້ນໜັກວ່າ ການພົວພັນດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາໄດ້ຮັບການຜັນຂະຫຍາຍຕາມບັນດາເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດປີ 2010 ແລະຖະແຫຼງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດປີ 2018 ໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ທາບທາມຄໍາເຫັນ, ການເຈລະຈາ, ການບຳລຸງສ້າງ, ຮັກສາສັນຕິພາບ ສປຊ, ເຫຼົ່າຮົບ-ເຫຼົ່າທັບ. ທ່ານພົນຕີ ຫງວຽນວັນເຫງຍ ໄດ້ກ່າວຄໍາຂອບໃຈມາຍັງຖັນແຖວຊ່ຽວຊານອົດສະຕາລີ ທີ່ໄດ້ຊ່ວຍເຫຼືອຢ່າງສຸດອົກສຸດໃຈ, ມີຄວາມຮັບຜິດຊອບໃນການແບ່ງປັນບົດຮຽນໃຫ້ແກ່ນັກຍິງປືນຫວຽດນາມ; ທ່ານສະແດງຄວາມເຊື່ອໝັ້ນວ່າ ສອງຝ່າຍຈະສືບຕໍ່ມີບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອົດສະຕາລີ, ເພື່ອສັນຕິພາບ, ການຮ່ວມມື, ພ້ອມກັນພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານພົນຕີ ຫງວຽນວັນເຫງຍ ແລະທ່ານນາງ Linda Reynolds ຖ່າຍຮູບເປັນທີ່ລະນຶກກັບບັນດາຊ່ຽວຊານອົດສະຕາລີ ແລະສໍາມະນາກອນຫວຽດນາມ. ພາບ: ວັນຍ໊ຽວ. 

ໃນໄລຍະເວລາ 10 ກວ່າວັນ, ບັນດາຊ່ຽວຊານອົດສະຕາລີ ແລະສໍາມະນາກອນຫວຽດນາມ ໄດ້ສຸມໃສ່ເຂົ້າໃນພາກທິດສະດີ, ບັນດາຫຼັກການຮັບປະກັນຄວາມປອດໄພໃນການຍິງປືນສັ້ນ, ປືນເຫຼັກຍາວ... ຊຸດຝຶກອົບຮົມໄດ້ສໍາເລັດເນື້ອໃນເປັນຢ່າງດີ, ບັນລຸໄດ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກຕາມແຜນການ, ຮັບປະກັນຄວາມປອດໄພກ່ຽວກັບຄົນ ແລະອາວຸດ, ພາຫະນະອຸປະກອນຢ່າງເດັດຂາດ. ສິ້ນສຸດພິທີ, ການນໍາກົມໃຫຍ່ເສນາທິການໄດ້ມອບຂອງຂວັນທີ່ລະນຶກໃຫ້ບັນດາຊ່ຽວຊານອົດສະຕາລີ, ມອບໃບຍ້ອງຍໍໃຫ້ບັນດາສໍາມະນາກອນດີເລີດພ້ອມກັບໝູ່ຄະນະ, ບຸກຄົນດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນຜົນສໍາເລັດຂອງຊຸດຝຶກອົບຮົມ, ແລກປ່ຽນທັກສະຍິງປືນລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ