ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ. ໂດຍໄດ້ຮັບການມອບສິດຈາກປະທານປະເທດລາວ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍ່ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ກອງທັບປະຊາຊົນຫວຽດນາມ; ປະດັບຫຼຽນໄຊຕ່າງໆໃຫ້ແກ່ບັນດາການນໍາກະຊວງປ້ອງກັນປະເທດຫວຽດນາມ, ກົມໃຫຍ່ເສນາທິການ, ກົມໃຫຍ່ການເມືອງ; ການນໍາບັນດາອົງການ, ກົມກອງສັງກັດກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ໂດຍໄດ້ຮັບການມອບສິດຈາກປະທານປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ ໄດ້ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມຍິນດີຕໍ່ທ່ານພົນເອກ ຈັນສະໝອນ ຈັນຍາລາດ ທີ່ໄດ້ຮັບຫຼຽນໄຊເອກະລາດຊັ້ນ I ແມ່ນຫຼຽນໄຊອັນສູງສົ່ງຂອງລັດຖະບານຫວຽດນາມ ຢ່າງສຸດອົກສຸດໃຈ. ທ່ານພົນເອກ ໂງຊວນລິກ ເນັ້ນໜັກເຖິງນໍ້າໃຈມິດຕະພາບທີ່ບໍລິສຸດຜຸດຜ່ອງ, ໝັ້ນຄົງລະຫວ່າງຫວຽດນາມ ແລະລາວ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ພ້ອມກັບບັນດາການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ, ປະຊາຊົນສອງປະເທດອອກເຫື່ອແຮງເພີ່ມພູນຄູນສ້າງ, ເພື່ອກາຍເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ.

ສ່ວນທ່ານພົນເອກ ຈັນສະໝອນ ຈັນຍາລາດ ສະແດງຄວາມປິຕິຊົມຊື່ນ ແລະຄວາມເປັນກຽດເມື່ອໄດ້ຕາງໜ້າໃຫ້ພັກ, ລັດລາວ ປະດັບຫຼຽນໄຊໃຫ້ບັນດາໝູ່ຄະນະ, ບຸກຄົນຂອງກອງທັບປະຊາຊົນຫວຽດນາມ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າໃນຕະຫຼອດໄລຍະຜ່ານມາ, ພັກ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມ ອ້າຍນ້ອງຍາມໃດກໍ່ສະຫງວນການຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ພັກ, ລັດຖະບານ, ກອງທັບ ແລະປະຊາຊົນລາວ. ກອງທັບ ແລະປະຊາຊົນລາວ ສະແດງຄວາມພາກພູມໃຈ ແລະເຫັນວ່າໃນຕະຫຼອດໄລຍະຜ່ານມາກໍ່ຄືປະຈຸບັນນີ້, ເຖິງວ່າສະພາບການໂລກມີບັນດາການຜັນແປຢ່າງສັບສົນຫຼາຍຢ່າງກໍ່ຕາມ ແຕ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ ນັບມື້ນັບເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.

ໂດຍ:​ ຈາງຫງວຽນ