ໃນຊຸມວັນທີ່ເດີນທາງໄປທະເລໃນເງື່ອນໄຂອາກາດຮ້າຍແຮງ, ທະເລມີຄື້ນຟອງໃຫຍ່, ລົມແຮງ ແຕ່ບັນດາສະມາຊິກໃນຄະນະປະຕິບັດງານໄດ້ຍົກສູງຈິດໃຈສາມັກຄີກັນ, ແກ້ໄຂຄວາມຫຍຸ້ງຍາກເພື່ອໄປຫາພະນັກງານ, ນັກຮົບ, ປະຊາຊົນຢູ່ໝູ່ເກາະ ແລະຮ້ານເວນຍາມ. ຍ້ອນມີຄວາມມານະພະຍາຍາມຜ່ານຜ່າຂອງຄະນະປະຕິບັດງານໄດ້ປະກອບສ່ວນໃຫ້ກໍາລັງໃຈເຈດຈໍານົງ, ມານະຈິດ, ຄວາມເຊື່ອໝັ້ນຂອງແກ່ພະນັກງານ, ນັກຮົບ ແລະປະຊາຊົນຕັດສິນໃຈປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດໄວ້ຢ່າງໝັ້ນຄົງ. ໜັງສືພິມກອງທັບປະຊາຊົນຫວຽດນາມອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເດີນທາງ.

leftcenterrightdel
ຂົນຕົ້ນໝາກແປ້ນຂຶ້ນກໍາປັ່ນອອກໄປຮ້ານເວນຍາມເພື່ອຕ້ອນຮັບລະດູບານໃໝ່. ພາບ: ມີງທັ໊ງ.
leftcenterrightdel
ຄະນະປະຕິບັດງານອວຍພອນບຸນເຕັດພະນັກງານ, ນັກຮົບຮ້ານເວນຍາມ DK1/16. ພາບ: ມີງທັ໊ງ.
leftcenterrightdel
 ພະນັກງານ, ນັກຮົບຫໍ່ເຂົ້າຕົ້ມຢູ່ຮ້ານເວນຍາມ DK1/10. ພາບ: ງອັກຮືງ.
leftcenterrightdel
 ພະນັກງານ, ນັກຮົບຫໍ່ເຂົ້າຕົ້ມຢູ່ຮ້ານເວນຍາມ DK1/10. ພາບ: ງອັກຮືງ.
leftcenterrightdel

ບັນດາຕົ້ນໝາກແປ້ນ ຂອງສະໂມສອນໄວໜຸ່ມເພື່ອທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ ມອບໃຫ້ແກ່ພະນັກງານ, ນັກຮົບໝູ່ເກາະອານບາງ. ພາບ: ເຈິ່ນຢຸ໊ງ.

ໂດຍ: ເຈິ່ນຮວ່ຽນ