...ແຕ່ເພື່ອເຂົ້າໃຈກວ່າກ່ຽວກັບບັນດາສິ່ງທໍາມະດາສາມັນ, ບັນດາວຽກງານອັນງຽບໆຂອງອ້າຍແມ່ນບໍ່ຫຼາຍ, ຍ້ອນອ້າຍບໍ່ມັກເວົ້າກ່ຽວກັບຕົນ. ແຕ່ວ່າພາຍຫຼັງໂອ້ລົມພ້ອມກັບອ້າຍ ໃນຕອນແລງທ້າຍປີ, ຂ້າພະເຈົ້າໄດ້ຮູ້ຕື່ມອີກກ່ຽວກັບອ້າຍດ້ວຍບັນດາອະນຸສອນອັນເລິກເຊິ່ງບົນສະໜາມຮົບ…

ທ່ານພົນໂທ ເຈິ່ນກວາງເຟືອງ ແບ່ງປັນວ່າ: “ຂ້າພະເຈົ້າມີອະນຸສອນໜຶ່ງທີ່ຍັງຄົງຈື່ຈຳຕະຫຼອດໄປ, ເຖິງວ່າເວລາໄດ້ຜ່ານໄປແລ້ວກໍ່ຕາມ. ແຕ່ເມື່ອຮອດບັນດາວັນບຸນໃຫຍ່ຂອງປະເທດຊາດປີໃດ, ຂ້າພະເຈົ້າລ້ວນແຕ່ຄິດຮອດຮູບພາບເພື່ອນຮ່ວມກອງທີ່ໄດ້ເສຍສະຫຼະຊີວິດ. ມື້ນັ້ນ, ກ່ອນທີ່ເສຍສະຫຼະຊີວິດ, ເຫີ້ຍ ຍັງເປັນຜູ້ຊາຍ. ຈົດໝາຍຟ້າວຂຽນທີ່ມ້ຽນໄວ້ໃນຖົງເປ້ບໍ່ທັນໄດ້ຝາກເທື່ອ”.

leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ໂອ້ລົມກັບພະນັກງານ, ຄູອາຈານຢູ່ວິທະຍາຄານການເມືອງ. ພາບ: qdnd.vn.

ອ້າຍ ເຟືອງ ເລົ່າວ່າ: ລະດູແລ້ງປີ 1986, ຂ້າພະເຈົ້າຮັບໜ້າທີ່ຢູ່ກອງພົນ 2 (ທະຫານເຂດ 5), ດຳລົງຕຳແໜ່ງເປັນຫົວໜ້າການເມືອງກອງຮ້ອຍ 11 (ກອງພັນ 3) ຕັ້ງທັບຢູ່ປະເທດເພື່ອນມິດກໍາປູເຈຍ. ກົມກອງຂອງຂ້າພະເຈົ້າມີໜ້າທີ່ສົມທົບກັບກົມກອງທະຫານກຳປູເຈຍ ກວາດລ້າງທະຫານແຕກທັບ Pol Pot ແລະຕ້ານການຮຸກຮານຢູ່ເຂດສາມຫຼ່ຽມຊາຍແດນ ລາວ-ກໍາປູເຈຍ-ໄທ. ສົງຄາມໄດ້ຜ່ານໄປແລ້ວແຕ່ບໍ່ມີຄວາມໝາຍວ່າການເສຍຫາຍ, ການເສຍສະຫຼະກໍ່ສິ້ນສຸດ… ມື້ນັ້ນ, ພາຍຫຼັງໂດຍຮັບໜ້າທີ່ກວາດລ້າງທະຫານແຕກທັບ, ກົມກອງເຄື່ອນທັບຢ່າງເຮັ່ງຮີບ. ຮອດຍາມຄໍ່າຄືນ, ກອງຮ້ອຍຕັ້ງທັບຢູ່ກາງປ່າເລິກ. ກາງຄືນ, ສັດຕູໄດ້ບຸກໂຈມຕີໂດຍບັງເອີນເຂົ້າກົມກອງຂອງເຮົາ. ເມື່ອຍິນສຽງຍິງປືນ, ຂ້າພະເຈົ້າລູກຂຶ້ນໃນທັນທີ. ແລ້ວຍິນສຽງກະຊິບຂອງເພື່ອນຮ່ວມກອງວ່າ: ອ້າຍ ເຟືອງ ເອີຍ ສະຫາຍເຮີ້ຍເສຍສະຫຼະຊີວິດແລ້ວ”.

ຂ້າພະເຈົ້າຮູ້ສຶກເຈັບຫົວໃຈ. ຕອນແລງ, ພົນທະຫານຊັ້ນໜຶ່ງ ຫງວຽນວັນເຮີ້ຍ ຍັງເວົ້າຢອກວ່າ: "ພາຍຫຼັງບັ້ນຮົບນີ້, ນ້ອງຈະຝາກຈົດໝາຍສະແດງຄວາມຮັກຕໍ່ສາວນັ້ນ”. ແຕ່ວ່າ… ເຮີ້ຍ ໄດ້ເສຍສະຫຼະຊີວິດຍ້ອນຖືກລະເບີດ B40 ຂອງສັດຕູ.

ປີ 1989, ສະພາບການຢູ່ປະເທດເພື່ອນບ້ານສະຖຽນລະພາບ. ກົມກອງຂ້າພະເຈົ້າໄດ້ສໍາເລັດໜ້າທີ່ສາກົນອັນສູງສົ່ງ, ຮັບຄໍາສັ່ງກັບຄືນເມືອປະເທດ. ທ່ານພົນໂທ ເຈິ່ນກວາງເຟືອງ ແບ່ງປັນວ່າ: "ຜູ້ບັນຊາຕ້ອງຮັກແພງພະນັກງານ, ນັກຮົບຄືເລືອດເນື້ອຂອງຕົນ...”. ສິ່ງດັ່ງກ່າວໄດ້ສະແດງອອກດ້ວຍຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍຂອງອ້າຍທີ່ມີຕໍ່ການດໍາລົງຊີວິດປະຈຳວັນຂອງພະນັກງານ, ນັກຮົບເມື່ອຍັງເປັນຫົວໜ້າການເມືອງທະຫານເຂດ 5 ຈົນເຖິງປະຈຸບັນໃນຖານະຕໍາແໜ່ງໃໝ່.

ໂດຍກໍານົດການປະຕິບັດລະບຽບການປະຊາທິປະໄຕຢູ່ຂັ້ນຮາກຖານເປັນຢ່າງດີແມ່ນຂອດສໍາຄັນປະກອບສ່ວນສໍາເລັດໜ້າທີ່, ອ້າຍໄດ້ຊີ້ນໍາບັນດາອົງການ, ກົມກອງວາງອອກມະຕິນໍາພາການປະຕິບັດແບບແຜນວັນການເມືອງ-ວັດທະນະທໍາຈິດໃຈຢ່າງເຂັ້ມງວດ.

ອ້າຍເຄີຍເວົ້າວ່າ: "ສຳລັບທະຫານ, ເຖິງວ່າຢູ່ໃນສະໄໝສັນຕິພາບຫຼືວ່າກໍ່ຄືຢູ່ໃນສະໄໝສົງຄາມ, ຢູ່ສະຫງົບຈຶ່ງມ່ວນຊື່ນທຳມາຫາລ້ຽງຊີບ. ເພື່ອກະກຽມຈິດຕະຢ່າງໝັ້ນແກ່ນໃນທຸກໆໜ້າທີ່, ນັກຮົບຄວນໄດ້ຮັບຄວາມເອົາໃຈໃສ່ຈາກການນໍາ, ຜູ້ບັນຊາທຸກຂັ້ນ. ຄວາມເອົາໃຈໃສ່ນັ້ນບໍ່ພຽງແຕ່ແມ່ນຄໍາຢື້ຢາມຖາມຂ່າວລະດົມຈິດໃຈເທົ່ານັ້ນ, ຫາກຍັງແມ່ນບັນດາວຽກງານທີ່ລະອຽດ, ແທດຈິງອີກດ້ວຍ".

ໂດຍ: ຈາງຫງວຽນ