ກ່າວຄໍາເຫັນທີ່ການພົບປະ, ທ່ານພົນຕີ ຫວູ້ຈ໊ຽນຖັງ ຫົວໜ້າກົມພົວພັນການຕ່າງປະເທດໃຫ້ຮູ້ວ່າປີ 2019 ເປັນປີທີ່ໄດ້ເຫັນປະຈັກຕາບັນດາໝາກຜົນອັນດີງາມໃນຂົງເຂດຮ່ວມມືສາກົນຂອງກະຊວງປ້ອງກັນປະເທດຫວຽດນາມ ແລະເພື່ອມີໝາກຜົນນັ້ນ, ໄປຄຽງຂ້າງຄວາມມານະພະຍາຍາມຂອງກອງທັບປະຊາຊົນຫວຽດນາມແລ້ວ, ຍັງມີການສະໜັບສະໜູນ, ການຊ່ວຍເຫຼືອຂອງໝູ່ເພື່ອນ, ບັນດາຄູ່ຮ່ວມມືສາກົນ, ໃນນັ້ນມີທູດທະຫານບັນດາປະເທດ; ເຊື່ອໝັ້ນວ່າໃນປີໃໝ່, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ກັບຄະນະທູດທະຫານບັນດາປະເທດຕ່າງໆຈະສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະບັນດາປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານພົນຕີ ຫວູ້ຈ໊ຽນຖັງ ຫົວໜ້າກົມພົວພັນການຕ່າງປະເທດ. ພາບ: vov.vn.

ທ່ານພັນໂທ Marc Razafindranaly ທູດທະຫານ ສ ຝະລັ່ງ, ຫົວໜ້າຄະນະທູດທະຫານບັນດາປະເທດພັດທະນາຂອບໃຈຕໍ່ການສະໜັບສະໜູນ ແລະການຮ່ວມມືຂອງກົມພົວພັນຕ່າງປະເທດຫວຽດນາມ ເວົ້າສະເພາະ ແລະກະຊວງປ້ອງກັນປະເທດຫວຽດນາມ ເວົ້າລວມໃນປີຜ່ານມາ; ພ້ອມທັງຢັ້ງຢືນວ່າຄະນະທູດທະຫານບັນດາປະເທດຈະຄຽງບ່າຄຽງໄຫຼ່, ໜູນຊ່ວຍຫວຽດນາມ ແລະເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືໃຫ້ຢູ່ໃນລະດັບສູງທີ່ສຸດໃນປີ 2020 ເມື່ອຫວຽດນາມ ດໍາລົງຕໍາແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະປະທານອາຊຽນ.

ໂດຍ: ຈາງຫງວຽນ