ທີ່ການຕ້ອນຮັບ, ທ່ານພົນໂທ ຫງວຽນຈິວິ້ງ ຢັ້ງຢືນວ່າ ໃນໄລຍະຜ່ານມາ, ອົງການຜູ້ປະສານງານສະຫະປະຊາຊາດ ປະຈໍາ ຫວຽດນາມ ແລະສະຫະປະຊາຊາດ ໄດ້ໜູນຊ່ວຍ, ສະໜັບສະໜູນ, ຮ່ວມມືຫຼາຍຢ່າງກັບຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາສັນຕິພາບສະຫະປະຊາຊາດ. ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອົງການຜູ້ປະສານງານສະຫະປະຊາຊາດ ປະຈໍາ ຫວຽດນາມ ກໍ່ຄືສະຫະປະຊາຊາດ ໃນອາຍຸການ ຫວຽດນາມ ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະປະທານອາຊຽນ 2020; ພ້ອມທັງສືບຕໍ່ຮ່ວມເດີນທາງພ້ອມກັບກະຊວງປ້ອງກັນປະເທດຫວຽດນາມ ໃນການຈັດຕັ້ງກອງປະຊຸມກ່ຽວກັບບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ແລະສະໜັບສະໜູນຂໍ້ລິເລີ່ມສ້າງຕັ້ງສູນຍົກສູງກໍາລັງຄວາມສາມາດເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຂອງບັນດາປະເທດອາຊຽນ ຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ ແລກປ່ຽນກັບທ່ານ Kamal Malhotra.  ພາບ: ອົງກ໊ວກຈິ້ງ.

ທ່ານ Kamal Malhotra ຕີລາຄາສູງກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໃນໄລຍະຜ່ານມາຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນເລື່ອງຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 1 ແລະເລກ 2  ຢູ່ຊູດັງໃຕ້; ຢັ້ງຢືນວ່າອົງການຜູ້ປະສານງານສະຫະປະຊາຊາດ ປະຈໍາ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຂໍ້ລິເລີ່ມ ແລະພ້ອມແລ້ວທີ່ຈະຊ່ວຍເຫຼືອກະຊວງປ້ອງກັນປະເທດຫວຽດນາມ ສໍາລັບບັນດາຂໍ້ລິເລີ່ມດັ່ງກ່າວ.

ໂດຍ: ໄຊຊະນະ