leftcenterrightdel
ທ່ານພົນເອກ ເລືອງເກື່ອງ ອວຍພອນປີໃໝ່ພະນັກງານ, ນັກຮົບກອງພົນ 395. ພາບ: ຫງວຽນຮົ່ງຊ໊າງ.

ຮັບຮູ້, ຍ້ອງຍໍຊົມເຊີຍ ແລະອວຍພອນບັນດາຜົນງານພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງພະນັກງານ, ນັກຮົບກອງພົນ 395 ໃນປີ 2019, ທ່ານພົນເອກ ເລືອງເກື່ອງ ໃສ່ໃຈວ່າ, ໃນປີ 2020 ໄດ້ດໍາເນີນຫຼາຍເຫດການການເມືອງສໍາຄັນຂອງປະເທດ, ໂດຍສະເພາະແມ່ນກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆ, ກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກ, ຍ້ອນເຫດນັ້ນ, ຄະນະພັກ, ຄະນະບັນຊາການກອງພົນ 395 ຕ້ອງສືບຕໍ່ຊາບຊຶມ, ຜັນຂະຫຍາຍ ແລະປະຕິບັດບັນດາຄຳສັ່ງ, ມະຕິ, ຄຳຊີ້ນຳຂອງຂັ້ນເທິງຢ່າງເຂັ້ມງວດ. ພ້ອມກັນນັ້ນ, ຄະນະພັກ, ຄະນະບັນຊາການກອງພົນ ຄວນເພີ່ມທະວີການຊີ້ນຳ, ນຳພາກົມກອງກຽມພ້ອມສູ້ຮົບໃນໂອກາດພັກບຸນປີິໃໝ່ປະຈຳຊາດປີຊວດ, ຮັບປະກັນຄວາມປອດໄພ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ.

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ມອບຂອງຂວັນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃຫ້ແກ່ພະນັກງານ, ນັກຮົບກອງພົນ 395. ພາບ: ຫງວຽນຮົ່ງຊ໊າງ.

ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ເລືອງເກື່ອງ ໄດ້ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງພົນ 395, ພ້ອມທັງອວຍພອນພະນັກງານ, ນັກຮົບກຳລັງປະກອບອາວຸດທະຫານເຂດ 3 ເວົ້າລວມ, ພະນັກງານ, ນັກຮົບກອງພົນ 395 ເວົ້າສະເພາະ ສືບຕໍ່ສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ.

ໂດຍ: ສົມເພັດ