ຕາງໜ້າຄະນະພັກ, ຄະນະບັນຊາການກອງບັນຊາການ ປກສ ແຂວງຫົວພັນ, ທ່ານພັນໂທ ອຳພອນ ພັນມະຈັນ ໄດ້ສົ່ງຄໍາອວຍພອນປີໃໝ່ເຖິງພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງເງະອານ; ພ້ອມທັງຫວັງວ່າສາຍພົວພັນ, ການຮ່ວມມືສາມັກຄີ, ມິດຕະພາບລະຫວ່າງກອງບັນຊາການ ປກສ ແຂວງຫົວພັນ ແລະກອງບັນຊາການທະຫານຊາຍແດນແຂວງເງະອານ ຈະນັບມື້ນັບພັດທະນາ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ, ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ເປັນຕົ້ນແມ່ນອາດຊະຍາກໍາຢາເສບຕິດ, ກໍ່ສ້າງບໍລິເວນ, ເຂດຊາຍແດນໃຫ້ນັບມື້ນັບມີຄວາມສະຖຽນລະພາບ ແລະພັດທະນາ.

leftcenterrightdel
ຄະນະປະຕິບັດງານກອງບັນຊາການ ປກສ ແຂວງຫົວພັນ ມາອວຍພອນປີໃໝ່ກອງບັນຊາການທະຫານຊາຍແດນແຂວງເງະອານ. ພາບ: qdnd.vn.

ທ່ານພັນເອກພິເສດ ເຈິ່ນຫ໋າຍບິ່ງ ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຂອບໃຈຕໍ່ອາລົມຈິດ, ການຊ່ວຍເຫຼືອ, ການສົມທົບທີ່ມີປະສິດທິຜົນຂອງຕໍາຫຼວດແຂວງຫົວພັນ ໃນໄລຍະຜ່ານມາ, ພິເສດແມ່ນການປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ, ໂຄສະນາ, ຂົນຂວາຍປະຊາຊົນບໍ່ຮ່ວມມືກັບອາດຊະຍາກໍາ, ຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ…

ທ່ານພັນເອກພິເສດ ເຈິ່ນຫ໋າຍບິ່ງ ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ເພີ່ມທະວີສາຍພົວພັນການຮ່ວມມືໃຫ້ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ; ເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານສະພາບການ, ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ.

ໂດຍ: ຈາງຫງວຽນ