leftcenterrightdel
ກອງບັນຊາການທະຫານແຂວງຫົວພັນ ມາຢ້ຽມຢາມ ແລະອວຍພອນບຸນເຕັດກອງບັນຊາການທະຫານຊາຍແດນແຂວງແທງຮວາ. ພາບ: baothanhhoa.vn.

ໃນບັນຍາກາດເບີກບານມ່ວນຊື່ນ, ສາມັກຄີ, ມິດຕະພາບຕ້ອນຮັບບຸນປີໃໝ່ 2020, ການນໍາສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ, ວຽກງານຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງແທງຮວາ ແລະຫົວພັນ ກໍ່ຄືແລກປ່ຽນບັນດາຂໍ້ມູນຂ່າວສານສໍາຄັນທີ່ກ່ຽວຂ້ອງເຖິງໜ້າທີ່ຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ, ປົກປັກຮັກສາເຂດຊາຍແດນ.

ການນໍາສອງກົມກອງກໍ່ເຫັນດີເປັນເອກະພາບໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການຊີ້ນຳນໍາພາປະຕິບັດວຽກງານສົມທົບກັນລາດຕະເວນສອງຝ່າຍເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເປັນຢ່າງດີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານສ້າງກົມກອງ, ປ້ອງກັນຕ້ານໄພທຳມະຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມ…

ໂດຍ: ຈາງຫງວຽນ