ທີ່ແຂວງບິ່ງເຟືອກ, ທ່ານພົນເອກ ໂງຊວນລິກ ໄດ້ອວຍພອນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງບິ່ງເຟືອກ ບັນລຸໄດ້ບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນປີຜ່ານມາ. ທ່ານພົນເອກ ໂງຊວນລິກ ປາດຖະໜາວ່າ ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານການທະການ, ການປ້ອງກັນຊາດ, ແຂວງບິ່ງເຟືອກ ຈະສືບຕໍ່ເສີມຂະຫຍາຍບົດຮຽນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ເປີດກວ້າງການພົວພັນຮ່ວມມືຮອບດ້ານ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍຢູ່ແຂວງບິ່ງເຟືອກ. ພາບ: qdnd.vn.

ເມື່ອລົງຢ້ຽມຢາມ ແລະອວຍພອນປີໃໝ່ຢູ່ພົນລະພາກຫຼວງ 16, ທ່ານພົນເອກ ໂງຊວນລິກ  ໄດ້ຍ້ອງຍໍຊົມເຊີຍ, ຮັບຮູ້ບັນດາໝາກຜົນພົ້ນເດັ່ນຂອງພະນັກງານ, ນັກຮົບ, ພາລະກອນ, ກໍາມະກອນ, ຜູ້ອອກແຮງງານຂອງພົນລະພາກຫຼວງ 16 ໃນໄລຍະຜ່ານມາ, ເປັນຕົ້ນແມ່ນໜ້າທີ່ເສດຖະກິດ-ປ້ອງກັນຊາດ, ພັດທະນາການຮັບປະກັນຊີວິດສັງຄົມ, ສ້າງບໍລິເວນຈຸດສຸມ... ໃນໄລຍະຈະມາເຖິງ, ທ່ານພົນເອກ ໂງຊວນລິກ ໃສ່ໃຈວ່າ, ພົນລະພາກຫຼວງ 16 ຄວນສືບຕໍ່ຜັນຂະຫຍາຍບັນດາຄໍາສັ່ງ, ຄໍາແນະນໍາຂອງກະຊວງປ້ອງກັນປະເທດ, ຮັກສາແບບແຜນ, ລະບອບປະຕິບັດງານຢ່າງເຂັ້ມງວດ; ປະຕິບັດທັດສະນະໃກ້ຊິດຕິດແທດກັບປະຊາຊົນ, ຕິດພັນກັບປະຊາຊົນ, ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ ເພື່ອສ້າງກໍາລັງແຮງປະຕິບັດໜ້າທີ່ຢ່າງມີໄຊ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດໂຄງການເສດຖະກິດ-ປ້ອງກັນຊາດຂອງພົນລະພາກຫຼວງ 16. ພາບ: qdnd.vn.

ທີ່ກອງພົນໃຫຍ່ 4, ທ່ານພົນເອກ ໂງຊວນລິກ ຮັບຮູ້ຜົນແຫ່ງການປະຕິບັດໜ້າທີ່ຂອງກອງພົນໃຫຍ່ 4 ແລະເນັ້ນໜັກວ່າ: ກອງພົນໃຫຍ່ 4 ແມ່ນກົມກອງຫຼັກແຫຼ່ງເຄື່ອນທີ່ຂອງກະຊວງຢູ່ບໍລິເວນຍຸດທະສາດ, ຍ້ອນເຫດນັ້ນ, ອົງຄະນະພັກ, ກອງບັນຊາການກອງພົນໃຫຍ່ຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ນໍາພາກົມກອງປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຂອງຂວັນ, ອວຍພອນປີໃໝ່ກອງບັນຊາການກອງພົນໃຫຍ່ 4.  ພາບ: qdnd.vn.

ເນື່ອງໃນໂອກາດນີ້, ທ່ານພົນເອກ ໂງຊວນລິກ ໄດ້ມອບຂອງຂວັນ, ອວຍພອນປີໃໝ່ບັນດາກົມກອງ, ທ້ອງຖິ່ນ; ມອບຂອງຂວັນ 140 ພູດໃຫ້ແມ່ຫວຽດນາມວິລະຊົນ, ຄອບຄົວນະໂຍບາຍ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງບິ່ງເຟືອກ ແລະເຂດໂຄງການເສດຖະກິດ-ປ້ອງກັນຊາດຂອງພົນລະພາກຫຼວງ 16.

ໂດຍ: ທະນາພອນ