ທ່ານພົນເອກ ໂງຊວນລິກ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະຄໍາອວຍພອນອັນດີງາມທີ່ສຸດມາຍັງພະນັກງານ, ນັກຮົບ, ທະຫານອາຊີບ, ກໍາມະກອນ, ພາລະກອນປ້ອງກັນຊາດໃນທົ່ວກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວໃນທົ່ວປະເທດ. ໃນຈົດໝາຍ, ທ່ານພົນເອກ ໂງຊວນລິກ ຊີ້ແຈ້ງວ່າ: ປີກຸນ 2019, ເຖິງວ່າປະສົບກັບຄວາມຫຍຸ້ງຍາກລໍາບາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ພາຍໃຕ້ການນໍາພາ, ຊີ້ນໍາຂອງພັກ, ລັດ; ການ ເອົາໃຈໃສ່, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງທຸກຂັ້ນ, ທຸກຂະແໜງການ, ອໍານາດການປົກຄອງ ແລະປະຊາຊົນບັນດາທ້ອງຖິ່ນ, ທົ່ວກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວໃນທົ່ວປະເທດ ໄດ້ສາມັກຄີກັນ, ຕັດສິນໃຈສູງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມານະພະຍາຍາມສູ້ຊົນ, ປະຕິບັດສໍາເລັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງຮອບດ້ານ, ຫຼາຍໜ້າທີ່ແມ່ນປະຕິບັດສໍາເລັດເປັນຢ່າງດີ, ບາງໜ້າທີ່ປະຕິບັດໄດ້ຢ່າງດີເລີດ, ສ້າງບາດກ້າວຫັນປ່ຽນຢ່າງແຮງໃນທຸກໜ້າທີ່ວຽກງານ... ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ໄດ້ຍ້ອງຍໍສັນລະເສີນ ແລະຊົມເຊີຍຜົນງານ ເຊິ່ງພະນັກງານ, ນັກຮົບ, ທະຫານອາຊີບ, ກໍາມະກອນ, ພາລະກອນປ້ອງກັນຊາດ ໃນທົ່ວກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວ ໃນທົ່ວປະເທດ ບັນລຸໄດ້ໃນປີຜ່ານມາ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ. 

ຕ້ອນຮັບປີໃໝ່ປີຊວດ 2020, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ: ປີ 2020 ເປັນປີທີ່ດໍາເນີນກອງປະຊຸມໃຫຍ່ຂອງພັກທຸກຂັ້ນມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ປີຫວຽດນາມດໍາລົງຕໍາແໜ່ງປະທານອາຊຽນ... ໃນສະພາບການໂລກ, ພາກພື້ນ, ພາຍໃນປະເທດ ໄດ້ຮັບການຄາດຄະເນວ່າມີຄວາມສະດວກຫຼາຍຢ່າງ, ແຕ່ກໍ່ຍັງຈະປະສົບກັບຄວາມຫຍຸ້ງຍາກ, ສິ່ງ ທ້າທາຍນາໆປະການ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຫວັງວ່າ, ທົ່ວກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວໃນທົ່ວປະເທດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນຫວຽດນາມວິລະຊົນ, ຍູ້ແຮງຂະບວນການແຂ່ງຂັນ “ປະຊາທິປະໄຕ, ສາມັກຄີ, ສະຕິປັນຍາ, ມີລະບຽບວິໄນ, ເປັນແບບຢ່າງ, ເດັດຂາດມີໄຊ” ແລະ ບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສະຕິປັນຍາ, ສົມເປັນທະຫານລຸງໂຮ່”; ອອກແຮງກໍ່ສ້າງອົງການຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງຕິດພັນກັບການກໍ່ສ້າງອົງການ, ກົມກອງໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານ, ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ; ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນທັງຊາດປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະລະບອບສັງຄົມນິຍົມ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອສ້າງສາ ແລະພັດທະນາປະເທດຊາດ...

ໂດຍ: ກວຽດເຕິມ