ຕາງໜ້າຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ ແລະຖັນແຖວນັກຂ່າວ, ນັກບັນນາທິການ, ພາລະກອນ, ນາຍທະຫານໜັງສືພິມກອງທັບປະຊາຊົນຫວຽດນາມ, ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະໜັງສືພິມກອງທັບປະຊາຊົນລາວ, ຊົມເຊີຍຄະນະມີການປະຕິບັດງານສໍາເລັດຜົນຢູ່ຫວຽດນາມ, ພ້ອມທັງແນະນໍາໂດຍສັງເຂບໄລຍະທາງເກືອບ 70 ປີແຫ່ງການສ້າງສາ, ພັດທະນາ ແລະເຕີບໂຕຂອງໜັງສືພິມກອງທັບປະຊາຊົນຫວຽດນາມ.

leftcenterrightdel
ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ ຕ້ອນຮັບສະຫາຍພັນເອກ ຄໍາສາວ ແກ້ວວິເສດ. ພາບ: qdnd.vn.

ໜັງສືພິມກອງທັບປະຊາຊົນຫວຽດນາມ ແມ່ນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດຫວຽດນາມ, ແມ່ນສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ; ແມ່ນໜຶ່ງໃນບັນດາໜັງສືພິມການເມືອງທີ່ມີອິດທິພົນແຖວໜ້າໃນລະບົບສື່ມວນຊົນປະຕິວັດຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ໂຄສະນາກ່ຽວກັບສອງໜ້າທີ່ຍຸດທະສາດຂອງປະເທດແມ່ນສ້າງສາ ແລະປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ. ໜັງສືພິມກໍ່ຕັ້ງໜ້າໂຄສະນາປະຕິເສດບັນດາທັດສະນະ, ວຽກງານທີ່ຜິດພາດກັບແນວທາງ, ນະໂຍບາຍຂອງພັກ ແລະລັດຫວຽດນາມ, ໄປຝືນກັບຜົນປະໂຫຍດຂອງຊາດ ແລະປະຊາຊົນຫວຽດນາມ. ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຮັບການເອົາໃຈໃສ່ ແລະເຊື່ອໝັ້ນຈາກການນໍາພັກ, ລັດ ແລະກອງທັບ; ມີອິດທິພົນ ແລະຜົນສະທ້ອນຢ່າງເລິກເຊິ່ງ, ກວ້າງຂວາງໃນກອງທັບ ແລະສັງຄົມ; ມີການປະກອບສ່ວນຢ່າງຕັ້ງໜ້າໃນການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາປະເທດກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດໃນປະຈຸບັນ.

leftcenterrightdel
ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ ແນະນໍາຫ້ອງມູນເຊື້ອຂອງໜັງສືພິມ ກອງທັບປະຊາຊົນຫວຽດນາມ ໃຫ້ແກ່ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ. ພາບ: qdnd.vn.

ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ ຢັ້ງຢືນວ່າ, ຜ່ານວິວັດແຫ່ງການສ້າງຕັ້ງ ແລະພັດທະນາ, ມາຮອດປະຈຸບັນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ມີການດັດແປງ ແລະພັດທະນາໃນທຸກດ້ານ. ປະຈຸບັນ, ໜັງສືພິມມີບັນດາສື່ສິ່ງພິມ, ຄື: ໜັງສືພິມລາຍວັນ, ລາຍອາທິດ, ລາຍເດືອນ (ເຫດການ ແລະພະຍານ), ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ (ດ້ວຍ 5 ພາສາ, ຄື: ພາສາຫວຽດນາມ, ພາສາອັງກິດ, ພາສາຈີນ, ພາສາລາວ, ພາສາຂະເມ); ເພື່ອນຮ່ວມງານ. ພິເສດ, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກພາສາລາວ, ພາສາຂະແມ ໄດ້ເປີດຕົວກົງກັບໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນໜັງສືພິມກອງທັບປະຊາຊົນຫວຽດນາມ ອອກສະບັບທໍາອິດ (20-10-1950 / 20-10-2017), ໃນນັ້ນ, ໜັງສືພິມກອງທັບປະຊາຊົນເອເລັກໂຕນິກພາສາລາວ ລວມມີຂ່າວການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາຍພົວພັນຫວຽດນາມ-ລາວ, ເສດຖະກິດ-ສັງຄົມ, ວັດທະນະທໍາ-ສຶກສາ-ກິລາ, ປະເທດຊາດ ແລະຜູ້ຄົນ, ຕ່າງປະເທດ, ປະຫວັດສາດ-ມູນເຊື້ອ, ລາຍການ Video, ລາຍການ Audio, ພາບສາລະຄະດີ. ເຖິງວ່າຫາກໍ່ເລີ່ມເຄື່ອນໄຫວກໍ່ຕາມ, ແຕ່ໃນເບື້ອງຕົ້ນໜັງສືພິມກອງທັບປະຊາຊົນເອເລັກໂຕນິກພາສາລາວ ໄດ້ສ້າງຄວາມດຶງດູດໃຫ້ແກ່ເພື່ອນຜູ້ອ່ານ ແລະໄດ້ຮັບການຕີລາຄາສູງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn.

ໂດຍປະຕິບັດແນວທາງພົວພັນຕ່າງປະເທດເປີດກວ້າງຂອງພັກ, ລັດຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ໂຄສະນາກ່ຽວກັບສະພາບການໂລກ. ພິເສດແມ່ນໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນ ແລະບັນດາຜົນງານພົ້ນເດັ່ນຂອງປະເທດລາວອ້າຍນ້ອງກໍ່ຄືສາຍພົວພັນແບບພິເສດຫວຽດນາມ-ລາວ.

leftcenterrightdel
ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn.

ພ້ອມກັບການປະຕິບັດໜ້າທີ່ໂຄສະນາ, ໜັງສືພິມກອງທັບປະຊາຊົນຫວຽດນາມ ຍັງປະຕິບັດການເຄື່ອນໄຫວນະໂຍບາຍ-ສັງຄົມຫຼາຍຢ່າງ, ໜັງສືພິມໄດ້ປຸກລະດົມບັນດາອົງການ, ບຸກຄົນສະໜັບສະໜູນ, ຊ່ວຍເຫຼືອບັນດາເປົ້າໝາຍນະໂຍບາຍ ແລະຄົນທຸກຍາກກ່ຽວກັບເຮືອນຢູ່, ເຄື່ອງມືຜະລິດ, ພາຫະນະໄປມາ... ທີ່ມີມູນຄ່ານັບຕື້ດົ່ງໃນແຕ່ລະປີ.

leftcenterrightdel
ສະຫາຍພັນເອກ ຄໍາສາວ ແກ້ວວິເສດ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn.
leftcenterrightdel
ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ ມອບຂອງຂວັນເປັນທີ່ລະນຶກໃຫ້ແກ່ສະຫາຍພັນເອກ ຄໍາສາວ ແກ້ວວິເສດ. ພາບ: qdnd.vn.
leftcenterrightdel
ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ ມອບໜັງສືພິມພິເສດ 33 ສະບັບໄດ້ພິມຈຳໜ່າຍຢູ່ສະໜາມຮົບດ້ຽນບຽນຟູ ໃຫ້ແກ່ໜັງສືພິມກອງທັບປະຊາຊົນລາວ. ພາບ: qdnd.vn.
leftcenterrightdel
ສະຫາຍພັນເອກ ຄໍາສາວ ແກ້ວວິເສດ ມອບຂອງຂວັນເປັນທີ່ລະນຶກໃຫ້ສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ. ພາບ: qdnd.vn.

ກ່າວຄໍາເຫັນທີ່ການເຮັດວຽກ, ສະຫາຍພັນເອກ ຄໍາສາວ ແກ້ວວິເສດ ສະແດງຄວາມຂອບອົກຂອບໃຈຕໍ່ໜັງສືພິມກອງທັບປະຊາຊົນຫວຽເນາມ ໄດ້ຕ້ອນຮັບ ແລະສ້າງເງື່ອນໄຂໃຫ້ແກ່ຄະນະໜັງສືພິມກອງທັບປະຊາຊົນລາວ ຊອກຮູ້, ແລກປ່ຽນບັນດາການເຄື່ອນໄຫວວິຊາສະເພາະ; ພ້ອມທັງຢັ້ງຢືນວ່າ, ຜ່ານການຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ, ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະການແບ່ງປັນ, ແລກປ່ຽນວິຊາສະເພາະເຮັດຂ່າວລະຫວ່າງໜັງສືພິມກອງທັບ ສອງປະເທດ, ເປັນພື້ນຖານເພື່ອສະເໜີເຖິງການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງສອງປະເທດມາດຕະການແກ້ໄຂຕ່າງໆເພື່ອຊຸກຍູ້ການຮ່ວມມືດ້ານວິຊາສະເພາະສື່ມວນຊົນໃນຊຸມປີຕໍ່ໜ້າ.

leftcenterrightdel
ຄະນະໜັງສືພິມກອງທັບປະຊາຊົນລາວ ແລະຄະນະໜັງສືພິມກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.
leftcenterrightdel
ຄະນະໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງເຕັກນິກ, ຈັດໜ້າ ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ສະຫາຍພັນເອກ ຄໍາສາວ ແກ້ວວິເສດ ສະເໜີວ່າໃນໄລຍະຈະມາເຖິງ, ໜັງສືພິມກອງທັບປະຊາຊົນຫວຽດນາມ ແລະໜັງສືພິມກອງທັບປະຊາຊົນລາວ ຄວນເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ບໍາລຸງສ້າງນັກຂ່າວ, ນັກບັນນາທິການ, ແບ່ງປັນຂໍ້ມູນຂ່າວສານ, ແລກປ່ຽນວິຊາສະເພາະເພື່ອປະຕິບັດໜ້າທີ່ໂຄສະນາຂອງສອງອົງການໃຫ້ດີກວ່າເກົ່າ.

ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ຄະນະໜັງສືພິມກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບສູນວິທະຍຸກະຈາຍສຽງ-ໂທລະພາບກອງທັບ.

leftcenterrightdel
ສະຫາຍພົນຈັດຕະວາ ຫງວຽນກິມຕົນ, ຜູ້ອໍານວຍການສູນກະຈາຍສຽງ-ໂທລະພາບກອງທັບປະຊາຊົນຫວຽດນາມ ແລກປ່ຽນກັບສະຫາຍພັນເອກ ຄໍາສາວ ແກ້ວວິເສດ, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມຫ້ອງເຕັກນິກຂອງສູນກະຈາຍສຽງ-ໂທລະພາບກອງທັບ. ພາບ: qdnd.vn.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn.

ໃນຂອບເຂດການປະຕິບັດງານຢູ່ຫວຽດນາມ, ຄະນະໜັງສືພິມກອງທັບປະຊາຊົນລາວ ຈະໄປຢ້ຽມຢາມບາງກົມກອງ, ໂຮງຮຽນ, ປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາ...

ໂດຍ: ເກື່ອງດັ້ງ