leftcenterrightdel
ພົນຕີ ຫງວຽນວັນເຊິນ (ເບື້ອງຊ້າຍ) ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ກາວຫາຍ.

ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຕີລາຄາສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພຢູ່ເຂດທະເລຕິດກັນລະຫວ່າງສອງປະເທດ ໃນປີຜ່ານມາມີຄວາມສະຫງົບໂດຍພື້ນຖານ; ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ເພີ່ມທະວີວຽກງານກວດກາລາດຕະເວນ, ແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ທະເລຢ່າງທັນການ, ຊາວປະມົງສອງຝ່າຍເຄື່ອນໄຫວໃນເຂດນ່ານນໍ້າຂອງຕົນດ້ວຍຄວາມປອງດອງ, ບົນຈິດໃຈເຄົາລົບ, ເຂົ້າໃຈເຊິ່ງກັນແລະກັນ, ປະຕິບັດຕາມກົດໝາຍ ກໍຄືບັນດາຂໍ້ກໍານົດຂຸດຄົ້ນສິນໃນນໍ້າບົນທະເລ ເປັນຢ່າງດີ.

leftcenterrightdel
ຄະນະປະຕິບັດງານສອງປະເທດ ຫວຽດນາມ ແລະກໍາປູເຈຍ ເຂົ້າຮ່ວມກອງປະຊຸມ. ພາບ: ກາວຫາຍ.

ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ແລະເລຂາທິການໃຫຍ່ຄະນະກໍາມະການແຫ່ງຊາດຄວາມໝັ້ນຄົງໃນການເດີນທະເລກໍາປູເຈຍ ໄດ້ເຫັນດີເປັນເອກະພາບຕໍ່ບາງບັນຫາ ຄື, ການແກ້ໄຂພາຫະນະ ແລະຊາວປະມົງຂອງປະເທດນີ້ທີ່ລະເມີດກົດໝາຍຢູ່ເຂດທະເລຂອງປະເທດອື່ນ ແລະກົງກັນຂ້າມ; ເລື່ອງອະນຸຍາດໃຫ້ບັນດາພາຫະນະເຄື່ອນໄຫວບົນທະເລເຂົ້າຫຼົບໄພດ່ວນ... ສອງຝ່າຍກໍສືບຕໍ່ຄົ້ນຄວ້າຄວາມສາມາດສົມທົບກັນປະຕິບັດການເຄື່ອນໄຫວກວດກາປະຕິບັດກົດໝາຍປະສົມບົນທະເລ ແລະເຫັນດີຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກວ່າອີກໃນໄລຍະຈະມາເຖິງ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະພ້ອມກັນພັດທະນາ.

ໂດຍ: ໄຊຊະນະ