ຕາງໜ້າການນໍາພັກ, ລັດ ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ໄດ້ມອບຫຼຽນໄຊປົກປັກຮັກສາປະເທດຊາດຂອງປະທານປະເທດໃຫ້ກົມຮັກສາສັນຕິພາບຫວຽດນາມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 1 ແລະທ່ານພົນຈັດຕະວາ ຮວ່າງກີມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ. ໂຮງໝໍເສນາຮັກ 175 ແລະທ່ານພັນໂທ ບຸ່ຍດຶກແທັ່ງ, ຜູ້ອໍານວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ. ພະແນກພະຍາບານ (ໂຮງໝໍເສນາຮັກ 175) ແລະ 5 ຄົນຂອງໂຮງໝໍເສນາຮັກ 175 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 1 ໄດ້ຮັບໃບຍ້ອງຍໍຂອງ ລັດຖະມົນຕີກະຊວງປ້ອງກັນປະເທດ.

leftcenterrightdel
ທ່ານ ເຈືອງຮວ່າບິ່ງ ມອບຫຼຽນໄຊປົກປັກຮັກສາປະເທດຊາດຂອງປະທານປະເທດໃຫ້ກົມຮັກສາສັນຕິພາບຫວຽດນາມ. ພາບ: qdnd.vn.

ຕາງໜ້າລັດຖະບານ, ທ່ານ ເຈືອງຮວ່າບິ່ງ ກ່າວຄໍາເຫັນຍ້ອງຍໍຜົນງານຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 1 ແລະສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າພະນັກງານ, ພາລະກອນທັງໝົດ 63 ຄົນຂອງໂຮງໝໍໄດ້ກັບຄືນປະເທດຢ່າງປອດໄພ, ປະຕິບັດບັນດາຂໍ້ກຳນົດຂອງສະຫະປະຊາຊາດ, ຄະນະປະຕິບັດງານ, ກົດໝາຍປະເທດປະຈຳຖິ່ນ, ກົດໝາຍຂອງລັດ ແລະລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ.

leftcenterrightdel
ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຖ່າຍຮູບລວມກັບບັນດາຜູ້ແທນຢູ່ພິທີຍ້ອງຍໍ. ພາບ: qdnd.vn.

ຕາມທ່ານພົນຈັດຕະວາ ຮວ່າງກີມຟຸ້ງ ແລ້ວ, ທີ່ພິທີຮັບຫຼຽນກາເພື່ອພາລະກິດຮັກສາສັນຕິພາບສະຫະປະຊາຊາດ, ທ່ານພົນຕີ Shailesh Tinaika ຜູ້ບັນຊາການກໍາລັງການທະຫານຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຢູ່ຊູດັງໃຕ້ ໄດ້ຢັ້ງຢືນວ່າ “ເຖິງວ່າໂຮງໝໍກາງສະໜາມຂັ້ນ 2 ເລກ 1 ຂອງຫວຽດນາມ ຜັນຂະຫຍາຍການປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດເປັນຄັ້ງທຳອິດກໍ່ຕາມ, ແຕ່ນີ້ພັດແມ່ນໂຮງໝໍອາຊີບທີ່ສຸດຢູ່ຄະນະປະຕິບັດງານໃນປະຈຸບັນ”.

ໂດຍ: ເຈິ່ນຮວ່ຽນ