ນີ້ແມ່ນໜຶ່ງໃນບັນດາເນື້ອໃນທີ່ນອນໃນແຜນການຢ້ຽມຢາມ, ພົບປະແລກປ່ຽນຂອງກໍາປັ່ນຕໍາຫຼວດທະເລ 8002 ກັບກໍາລັງປ້ອງກັນຝ່ັງທະເລຍີ່ປຸ່ນ ທີ່ດໍາເນີນໃນລະຫວ່າງວັນທີ 2 – 6 ທັນວາ 2019.

leftcenterrightdel
ແນະນໍາກ່ຽວກັບກໍາປັ່ນຕໍາຫຼວດທະເລ 8002 ກັບບັນດາສະມາຊິກຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ. ພາບ: ລິງແອວງ.

ກ່າວຄໍາເຫັນຕໍ່ກັບການນໍາກໍາປັ່ນຕໍາຫຼວດທະເລ 8002, ທ່ານພົນຈັດຕະວາ Shimaya Kunihiro, ຮອງຜູ້ບັນຊາການກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ເຂດ 3 ຮູ້ສຶກດີໃຈທີ່ສຸດເມື່ອເປັນຄັ້ງທໍາອິດທີ່ທ່າກໍາປັ່ນ Yokohama ໄດ້ຕ້ອນຮັບກໍາປັ່ນຂອງກໍາລັງຕໍາຫຼວດທະເລຫວຽດນາມ. ທ່ານພົນຈັດຕະວາ Shimaya Kunihiro  ແລະບັນດາສະມາຊິກໃນຄະນະຜູ້ແທນຮູ້ສຶກດີໃຈທີ່ສຸດເມື່ອໄດ້ຮູ້ວ່າກໍາປັ່ນຕໍາຫຼວດທະເລ 8002 ໄດ້ປ່ອຍລົງນໍ້າໃນປີ 2015, ກົງກັບໂອກາດກອງບັນຊາການຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝ່ັງທະເລຍີ່ປຸ່ນ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື; ອວຍພອນຂະແໜງການເດີນທະເລຫວຽດນາມ ຍາມໃດກໍ່ເດີນທາງດ້ວຍຄວາມປອດໄພ, ປະກອບສ່ວນຮັກສາຄວາມສະຫງົບ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
 
leftcenterrightdel
ຜູ້ບັນຊາການກໍາປັ່ນ PL 10 ຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ ແນະນໍາກ່ຽວກັບລັກສະນະເຄື່ອນໄຫວພິເສດຂອງກໍາປັ່ນກັບຄະນະຜູ້ແທນກໍາປັ່ນຕໍາຫຼວດທະເລ 8002. ພາບ: ລິງແອວງ.

ກໍ່ໃນຕອນເຊົ້າວັນທີ 3 ທັນວາ, ຄະນະຜູ້ແທນກໍາປັ່ນຕໍາຫຼວດທະເລ 8002 ກໍ່ໄປຢ້ຽມຢາມກໍາປັ່ນ PL 10 ຂອງກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ. ກໍາປັ່ນ PL 10 ໄດ້ຮັບການປ່ອຍລົງນໍ້າໃນປີ 2012 ແລະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວປະຕິບັດກົດໝາຍບົນທະເລ.

ໂດຍ: ໄຊຊະນະ